ຕອນບ່າຍວັນທີ 28/12 ຢູ່ ນະຄອນຫຼວງວຽງຈັນ, ທ່ານຮອງປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ຄະນະກຳມະການຊົນເຜົ່າຫວຽດນາມ ໂດຍທ່ານ ຢ່າງແຊວຝື, ລັດຖະມົນຕີ, ຫົວໜ້າຄະນະກຳມະການນຳໜ້າ, ເນື່ອງໃນໂອກາດໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວຂອງຄະນະໃນວັນທີ 28 ແລະ 29/12. ທ່ານຮອງປະທານປະເທດ ບຸນຍັງ ວໍລະຈິດ ສະແດງຄວາມເຊື່ອໝັ້ນວ່າ: ການຢ້ຽມຢາມຄັ້ງນີ້ແມ່ນໂອກາດທີ່ດີ ເພື່ອປະຕິບັດບັນດາເອກະສານທີ່ໄດ້ຮັບການຕົກລົງລະຫວ່າງ 2 ປະເທດ. ເລື່ອງ 2 ຝ່າຍສົມທົບກັນຈັດຕັ້ງລາຍການພົບປະແລກປ່ຽນສິລະປະບັນດາຊົນເຜົ່າຫວຽດນາມ ແລະ ປະຊາຊົນບັນດາເຜົ່າຂອງລາວ ທີ່ວຽງຈັນ, ໄດ້ເປີດສາກໃຫ້ປີແຫ່ງຄວາມ ສາມັກຄີ ຫວຽດນາມ - ລາວ 2012.