(vovworld) - ວັນທີ 23/05, ຢູ່ນະຄອນຫຼວງວຽງຈັນ, ທ່ານຮອງປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະກຳມະການຊົນເຜົ່າຫວຽດນາມ ໂດຍທ່ານ ນົງກ໋ວກຕ໋ວນ, ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງຫົວໜ້າຄະນະກຳມະການນຳໜ້າ, ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 21 – 29/05. ທ່ານຮອງປະທານປະເທດ ບຸນຍັງ ວໍລະຈິດ ຕີລາສູງໝາກຜົນແຫ່ງການເຈລະຈາ ແລະ ຂໍ້ຕົກລົງຮ່ວມມືລະຫວ່າງຄະນະກຳມະການຊົນເຜົ່າຫວຽດນາມ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ. ທ່ານຮອງປະທານປະເທດ ບຸນຍັງ ວໍລະຈິດ ຢືນຢັນວ່າ ພັກ ແລະ ລັດລາວ ຖືເປັນສຳຄັນບັນຫາຊົນເຜົ່າ, ເພີ່ມທະວີກຳລັງແຮງແຫ່ງຄວາມສາມັກຄີທົ່ວປວງຊົນທັງຊາດຢ່າງບໍ່ຢຸດຢັ້ງ ເພື່ອສ້າງສາປະເທດຊາດ ແລະ ປາດຖະໜາວ່າ ຄະນະກຳມະການຊົນເຜົ່າຫວຽດນາມ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ເພີ່ມທະວີການແລກປ່ຽນບົດຮຽນ, ແບ່ງປັນຂໍ້ມູນ, ເພີ່ມທະວີການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ສ່ວນທ່ານ ນົງກ໋ວກຕ໋ວນ ໃຫ້ຮູ້ວ່າ ຫວຽດນາມ ຈະຊ່ວຍລາວ ບຳລຸງສ້າງ, ພະນັກງານທີ່ເຮັດວຽກງານຊົນເຜົ່າ.