ຄະນະຊີ້ນຳວຽກງານສື່ຂ່າວກັບຕ່າງປະເທດພົບປະກັບຫົວໜ້າອົງການຕ່າງໜ້າຫວຽດນາມຢູ່ຕ່າງປະເທດ

ຄະນະຊີ້ນຳວຽກງານສື່ຂ່າວກັບຕ່າງປະເທດພົບປະກັບຫົວໜ້າອົງການຕ່າງໜ້າຫວຽດນາມຢູ່ຕ່າງປະເທດ - ảnh 1
( ທ່ານ Dinh The Huynh, ຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ )

( vovworld ) –   ​ຕອນ​ບ່າຍ​ວັນ​ທີ 11/5, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ວຽກ​ງານ​ສື​່ຂ່າວ​ກັບຕ່າງປະ​ເທດ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ພົບ​ປະ​ກັບ​ບັນດາ​ສະຫາຍຫົວໜ້າ​ອົງການ​ຕ່າງ​ໜ້າ​ຫວຽດນາມ ຢູ່​ຕ່າງປະ​ເທດອາຍຸ​ການ 2012 – 2015 ​ເພີ່​ອ​ແນ​ໃສ່​ຊາບ​ຊືມ​ເນື້ອ​ໃນ​ສະຫຼຸບ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ “ ຍຸດ​ທະ​ສາດ​ພັດທະນາ ” ​ສື​່ຂ່າວ​ກັບຕ່າງປະ​ເທດ​ໄລຍະ 2011 – 2020. ກ່າວ​ຄ​ຳ​ເຫັນ​ທີ​ການ​ພົບ​ປະ, ທ່ານ Dinh The Huynh, ຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ເນັ້ນ​ໜັກ​ວ່າ: ​ໃນ​ບັນດາ​ຜົນງານ​ຂອງ​ກິດຈະການ​ປ່ຽນ​ໃໝ່​ປະ​ເທດ​ຊາດ​ມີ​ການ​ປະກອບສ່ວນ​ສຳຄັນ​ຂອງ​ຂະ​ແໜງ​ການ​ຕ່າງປະ​ເທດ ​ແລະ ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາອົງການ​ຕ່າງ​ໜ້າ​ຫວຽດນາມ ຢູ່​ຕ່າງປະ​ເທດ.

     “ ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ບັນດາ​ສະຫາຍ​ປະຕິບັດ​ໜ້າ​ທີ​ສື​່ຂ່າວ​ກັບຕ່າງປະ​ເທດ​ ຕິດ​ພັນ​ກັບ​ໜ້າ​ທີ່​ການຕ່າງປະ​ເທດ​ຂອງ​ຕົນ. ບັນດາ​​ອົງການ​ຕ່າງ​ໜ້າ​ຫວຽດນາມ ຢູ່​ຕ່າງປະ​ເທດ​ແມ່ນ​ຂົວ​ເຊື່ອມຕໍ່​ທີ່​ສຳຄັນ​ນຳ​ຂໍ້​ມູນ​ຂ່າວ​ສາກົນ​ມາ​ຫວຽດນາມ ທັງ​ແມ່ນ​ຊ່ອງ​ສື່ຂ່າວ​ໂດຍ​ກົງ, ມີ​ປະສິດທິ​ຜົນ​ທີ່​ສຸດ​ເພື່ອ​ນຳ​ຂໍ້​ມູນຂ່າວ​ຈາກ​ຫວຽດນາມ ອອກຕ່າງປະ​ເທດ, ​ເພື່ອ​ໃຫ້​ປະຊາຊົນ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ຖຶກຕ້ອງ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ​ແລະ ​ເຮັດ​ໃຫ້​ເພື່ອນ​ມິດສາ​ກົນມີ​ຄວາມ​ເຂົ້າ​​ໃຈ​ກວ່າ​ກ່ຽວ​ກັບ​ຫວຽດນາມ ​ເຊິ່ງ​ແມ່ນ​ປະ​ເທດ​ທີ່​ຂະ​ຫຍັນ​ຂັນ​ເຂື່ອນ, ພວມ​ມີ​ການ​ປ່ຽນ​ໃໝ່, ​ແມ່ນ​ປະ​ເທດ​ຮັກຫອມ​ສັນຕິ​ພາບ, ພ້ອມ​ແລ້ວ​ທີ່​ຈະ​ເພີ່ມ​ພູນ​ຄູນສ້າງສາຍ​ພົວພັນ​ອັນ​ສະໜິດ​ແໜ້ນ​ກັບປະ​ຊາ​ຊາດ​ຢູ່​ໃນ​ໂລກ ”.

        ຄະນະ​ຊີ້​ນຳ​ວຽກ​ງານ​ສື​່ຂ່າວ​ກັບ​ຕ່າງປະ​ເທດ​ກໍ​່ແຈ້ງ​ໃຫ້​ຊາບກ່ຽວ​ກັບ​ບັນດາ​ເອກະສານ​ສຳຄັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ກັບປະ​ເທດ​ຈຳນວນ​ໜື່ງ, ຕໍ່ສູ້​ຕ້ານ​ຖ້ອຍ​ທຳ​ນອງ​ທີ່​ຜິດພາດ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການຕ່າງ​ໜ້າ​ຫວຽດນາມ ຢູ່​ຕ່າງປະ​ເທດທີ່​ມີ​ຕໍ່​ການ​ເຄື່ອນ​ໄຫວ​ສື​່ຂ່າວ​ກັບຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ