ຄະນະນັກກິລາຫວຽດນາມຍາດໄດ້ຫຼຽນລື່ນກາຍຄາດໝາຍທີ່ໄດ້ວາງອອກຢູ່ Asian Para Games 2018

(VOVWORLD) -ພາຍຫຼັງການແຂ່ງຂັນທີ່ຟົດຟື້ນມາເປັນເວລາ 1 ອາທິດ, ງານມະຫາກຳກິລາຄົນພິການອາຊີ (Asian Para Games) 2018 ໄດ້ປິດລົງຢ່າງເປັນທາງການໃນຕອນຄ່ຳວັນທີ 13 ຕຸລາ ຢູ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ.

ຄະນະນັກກິລາຫວຽດນາມຍາດໄດ້ຫຼຽນລື່ນກາຍຄາດໝາຍທີ່ໄດ້ວາງອອກຢູ່ Asian Para Games 2018 - ảnh 1 ຄະນະນັກກິລາຫວຽດນາມຍາດໄດ້ຫຼຽນລື່ນກາຍຄາດໝາຍທີ່ໄດ້ວາງອອກຢູ່ Asian Para Games 2018

(ພາບ: TTXVN)

ທີ່ພິທີອັດ Asian Para Games 2018, ຄະນະຈັດຕັ້ງໄດ້ເຊີດຊູບັນດານັກກິລາທີ່ຍາດໄດຜົນງານດີເດັ່ນໃນງານມະຫາກຳກິລາຄັ້ງນີ້, ໃນນັ້ນມີນັກກິລາ ຫວໍແທງຕຸ່ງ ຂອງທັບກິລາຫວຽດນາມ.

        ພາຍຫຼັງການແຂ່ງຂັນມາເປັນເວລາ 6 ວັນ, ດ້ວຍຄວາມຕັດສິນໃຈສູງທີ່ສຸດ, ບັນດາທັບນັກກິລາຫວຽດນາມ ຄວ້າໄດ້ 40 ຫຼຽນ, ໃນນັ້ນມີຫຼຽນຄຳ 8 ຫຼຽນ, ຫຼຽນເງິນ 8 ຫຼຽນ ແລະ ຫຼຽນທອງ 24 ຫຼຽນ, ເຊິ່ງລື່ນກາຍຄາດໝາຍຫຼຼຽນຄຳທີ່ໄດ້ວາງອອກແມ່ນ 4 ຫຼຽນ.

        ສິ້ນສຸດ Asian Para Games 2018, ທັບກິລາຄົນພິການຫວຽດນາມ ຢືນຢູ່ອັນດັບທີ 12 ໃນຈຳນວນ 44 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມການແຂ່ງຂັນ. ນຳໜ້າຕາຕະລາງຈັດອັນດັບແມ່ນຈີນ ດ້ວຍຫຼຽນຄຳ 172 ຫຼຽນ.

        ກໍ່ທີ່ພິທີອັດ, ປະເທດເຈົ້າພາບຈັດຕັ້ງ Asian Para Games 2018 ໄດ້ມອບທຸງໃຫ້ຈີນ, ເຊິ່ງແມ່ນປະເທດຈະເປັນເຈົ້າພາບຈັດ Asian Para Games ຄັ້ງທີ 19.