ຄະນະນັກກິລາຫວຽດນາມແຂ່ງຂັນດີເດັ່ນຢູ່Olympic2016

 ຄະນະນັກກິລາຫວຽດນາມແຂ່ງຂັນດີເດັ່ນຢູ່Olympic2016 - ảnh 1
ນັກ​ກິ​ລາ​ຍິງ​ປືນ ຮ​ວ່າງ​ຊວນ​ວີງ ຄ້​ວາ​ໄດ້​ຫລຽນ​ເງິນ
​ໃນ​ປ​ະ​ເພດ​ກິ​ລາ​ຍິງ​ປືນ​ສັ້ນ
ພາບ:EPA/ TTXVN
(vovworld)- ​​​ ການແຂ່ງ​ຂັນໃນ​ວັນ​ທີ 10/8 ຢູ່ ງານ​ມະ​ຫາ​ກຳ​ກິ​ລາ​ໂລກ Olympic Rio 2016 ຢູ່ ບ​ຣາ​ຊີນ, ນັກ​ກິ​ລາ​ຍິງ​ປືນ ຮ​ວ່າງ​ຊວນ​ວີງ ຂອງ​ຄະ​ນະ​ນັກ​ກິ​ລາ​ຫວຽດ​ນາມ ຄ້​ວາ​ໄດ້​ຫລຽນ​ເງິນ​ຫນຶ່ງ​ຫລຽນ​ຕື່ມ​ອີກ​ໃນ​ເນື້ອ​ໃນ​ປ​ະ​ເພດ​ກິ​ລາ​ຍິງ​ປືນ​ສັ້ນ ດ້ວຍ​ 191,3 ຄະ​ແນນ, ຫລຽນ​ຄຳ​ແມ່ນ​ຂຶ້ນ​ກັບ​ນັກ​ກິ​ລາ ສ​ເກົາ​ຫລີ Jin Jong Oh ດ້ວຍ 193,7 ຄະ​ແນນ. ເປັນ​ອັນ​ວ່າ ໄລ່​ມາ​ຮອດ​ວັນ​ທີ 10/8, ໃນ​ຕາ​ຕະ​ລາງສະ​ຫລຸບ​ຫລຽນ​ຂອງ​ງານ​ມະ​ຫາ​ກຳ​ກິ​ລາ​ໂລກ, ຄະ​ນະ​ນັກ​ກິ​ລາ​ຫວຽດ​ນາມ ພວມ​ຢືນ​ອັນ​ດັບ​ທີ 15 ດ້ວຍ​ຫລຽນ​ຄຳ​ 1 ຫລຽນ ແລະ ຫລຽນ​ເງິນ 1 ຫລຽນ. ພາຍ​ຫລັງ​ຄວ້າ​ໄດ້​ຫລຽນ​ເງິນ​ຢູ່ ງານ​ມະ​ຫາ​ກຳ​ກິ​ລາ​ໂລກ, ນັກ​ກິ​ລາ​ຍິງ​ປືນ ຮ່​ວາງ​ຊວນ​ວີງ ແບ່ງ​ປັນ​ວ່າ:

        “ງານ​ມະ​ຫາ​ກຳ​ກິ​ລາ​ໂລກ ຄັ້ງ​ນີ້​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ​ສຳ​ລັບ​ພວກ​ຂ້າ​ພະ​ເຈົ້າ. ໃນ​ການແຂ່ງ​ຂັນ​ຊີງ​ຊະ​ນະ​ເລີດມື້ນີ້ເປັ​ນ​ຫນ້າ​ຈົດ​ຈ່ຳ. ຂ້າ​ພະ​ເຈົ້າ​ຂໍ​ສົ່ງ​ຄວາມ​ປິ​ຕິ​ຊົມ​ຊື່ນນີ້​ເຖິງ​ທົ່ວ​ປວງ​ຊົນ​ຫວຽດ​ນາມແລະ​ຄອບ​ຄົວ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ຢາກ ​ຂະ​ແຫນງ ກິ​ລາ​ຫວຽດ​ນາມ ໃນໄລ​ຍະ​ຈະ​ມາ​ເຖິງ ຈະ​ໄດ້​ຮັບ​ຜົນ​ງານ​ດີກວ່າ

.”

 

ຕອບກັບ

ຂ່າວ/ບົດ​ອື່ນ