ພາບປະກອບ
(vovworld) – ໂດຍສືບຕໍ່ວາລະປະຊຸມຄັ້ງທີ 19, ຕອນເຊົ້າວັນທີ 11/7, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນກ່ຽວກັບບາງບັນຫາສຳຄັນ, ເຊິ່ງຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການປະມູນ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍປະຕິບັດການປະຢັດ, ຕ້ານການຟູມເຟືອຍ.
ກ່ຽວກັບຮ່າງກົດໝາຍວ່າດ້ວຍການປະມູນ (ສະບັບປັບປຸງ), ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີພຽງແຕ່ກຳນົດອັດຕາ 30% ແມ່ນມີທຶນຂອງລັດໃນບັນດາໂຄງການປະມູນ. ບັນດາສະມາຊິກໃນຄະນະປະຈຳສະພາແຫ່ງຊາດກໍ່ຖືວ່າເລື່ອງເລືອກເຟັ້ນນັກປະມູນ, ຄວນກຳນົດຢ່າງລະອຽດໃນກົດໝາຍ, ພ້ອມທັງມອບໃຫ້ລັດຖະບານກຳນົດລາຍລະອຽດກວ່າ ເພື່ອຮັບປະກັນເລືອກເຟັ້ນນັກປະມູນທີ່ມີເງື່ອນໄຂ, ຄວາມສາມາດຢ່າງພຽງພໍເປັນນັກປະມູນ.
ເມື່ອປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍປະຕິບັດການປະຢັດ, ຕ້ານການຟູມເຟືອຍ. ບາງຄຳເຫັນຖືວ່າ ຄວນເພີ່ມເຕີມ, ກຳນົດຢ່າງລະອຽດກ່ຽວກັບກົນໄກ, ວິທີຕິດຕາມກວດກາຂອງແຕ່ລະເປົ້າໝາຍ, ຮັບປະກັນສິດຕິດຕາມກວດກາຂອງພົນລະເມືອງ, ແກ້ໄຂກໍລະນີຟຸມເຟືອຍທີ່ຄົ້ນພົບ.