ຄະນະປະຕິບັດງານສະພາຊົນເຜົ່າຂອງສະພາແຫ່ງຊາດ ເຮັດວຽກຢູ່ ດັກລັກ

ຄະນະປະຕິບັດງານສະພາຊົນເຜົ່າຂອງສະພາແຫ່ງຊາດ ເຮັດວຽກຢູ່ ດັກລັກ - ảnh 1
(ທ່ານ ກສໍ ​ເຟືອ​ກ, ປະທານ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ​)

(vovworld) – ຕອນ​ເຊົ້າ​ວັນ​ທີ 30/08, ຄະນະ​ປະຕິບັດ​ງານ​ສະພາ​ຊົນ​ເຜົ່າຂອງ​ສະພາ​ແຫ່ງ​ຊາດ ​ໂດຍ​ທ່ານ ກສໍ ​ເຟືອ​ກ, ປະທານ​ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດ​ເປ​ັນຫົວ​ໜ້າ​ຄະນະ ​ໄດ້​ລົງ​ເຮັດ​ວຽກ​ຢູ່​ແຂວງ​ດັກ​ລັກ ກ່ຽວ​ກັບ​ສະພາບ​ຊົນ​ເຜົ່າ ​ແລະ ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ, ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​​ແລະ ​ແກ້​ໄຂ​ບັນຫາ​ປະຊາຊົນ​ຍົກ​ຢາຍຢ່າງ​ເສລີ​ມາ​ເຂດ​ນອກ​ແຜນການ​ໃນ​ບໍລິ​ເວັນ. ທ່ານ ກສໍ ​ເຟືອ​ກ ສະ​ເໜີ​ໃຫ້​ແຂວງ​ດັກ​ລັກ ​ເອົາ​ໃຈ​ໃສ່​ເຖິງ​ການ​ລົງທຶນ​ພັດທະນາ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ກວ່າ​ອີກ ​ເພື່ອ​ຍົກ​ສູງ​ຊີວິດ​ດ້ານຈິດ​ໃຈ​ໃຫ້​ປະຊາຊົນ. ທ່ານ ກສໍ ​ເຟືອ​ກ ກໍ່​​ເຫັນ​ດີເປັນ​ເອກະ​ພາບ​ບາງ​ຂໍ້​ສະ​ເໜີ, ສະ​ເໜີ​ແນະ​ຂອງ​ແຂວງ, ​ເຊິ່ງຕາມ​ນັ້ນ​ແລ້ວ ​ແຂວງ​ໄດ້​ຮັກສາ ​ແລະ ມີ​ບັນດາ​ນະ​ໂຍບາຍ​ເພີ່ມ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ຕ່ືມ​ອີກ, ໜູນ​ຊ່ວຍ​ດ້ານ​ລາຄາ, ໜູນ​ຊ່ວຍ​ການ​ສ້າງ​ຍຸດ​ທະ​ສາດ​ພັດທະນາ​​ແບບ​ຍື່ນ​ຍົງ ສຳລັບ​ບັນດາ​ຜົນລະ​ປູກ, ຜະລິດ​ຕະພັນກະສິກຳ​​ເປັນ​ຕົ້ນ​ຕໍ່ ​ແລະ ລະດັບ​ໜູນ​ຊ່ວຍ​ລົງທຶນ​ສະ​ເພາະ.

ຂ່າວ/ບົດ​ອື່ນ