ຄະນະປະຕິບັດງານVOVຢ້ຽມຢາມທະຫານ,ປະຊາຊົນເມືອງເກາະເຈື່ອງຊາ

ຄະນະປະຕິບັດງານVOVຢ້ຽມຢາມທະຫານ,ປະຊາຊົນເມືອງເກາະເຈື່ອງຊາ - ảnh 1
ທ່ານ ຫວູຫາຍ, ຮອງ​ຜູ້ອຳນວຍການ​ໃຫຍ່ ​ເປັນ​ຫົວໜ້າ​ຄະນະ, ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ທະຫານ ​ແລະ ປະຊາຊົນ​ໃນ​ເກ​າະ ​ເຈື່ອງ​ຊາ​​ເລີ໋ນ

(vovworld) – ຕອນ​ບ່າຍ​ວັນ​ທີ 2/12, ຄະນະ​ປະຕິບັດ​ງານ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ໂດຍ​ທ່ານ ຫວູຫາຍ, ຮອງ​ຜູ້ອຳນວຍການ​ໃຫຍ່ ​ເປັນ​ຫົວໜ້າ​ຄະນະ, ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ທະຫານ ​ແລະ ປະຊາຊົນ​ໃນ​ເກ​າະ ​ເຈື່ອງ​ຊາ​​ເລີ໋ນ, ​ເມືອງ​ເກາະ ​ເຈື່ອງ​ຊາ, ​ແຂວງ ​ແຄ໋ງຮ່ວາ. ​ຮ່ວມ​ເດີນທາງ​ພ້ອມ​ກັບ​ຄະນະ​ມີ​ພົນ​ເຮືອ​ຕີ ດິງຢາ​ເທີ​ດ, ຮັບຜິດຊອບ​ການ​ເມືອງ​ກອງ​ບັນຊາ​ການ​ທະຫານ​ເຮືອ, ຕາງໜ້າ​ໃຫ້​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ຄະນະ​ໂຄສະນາ​ສຶກສາສູນ​ກາງ, ຫ້ອງ​ວ່າການ​ລັດຖະບານ, ທະນາຄານ Viettinbank ​ແລະ ​ໂຮງໝໍ ​ແບກ​ມາຍ. ນະ​ທີ່​ນີ້, ທ່ານ ຫວູຫາຍ ຕາງໜ້າ​ໃຫ້​ພະນັກງານ, ລັດຖະກອນ​ຂອງ VOV ​ແລະ ຄະນະ​ປະຕິບັດ​ງານ ​ໄດ້​ມອບ​: ​ເຄື່ອງວິທະຍຸ, ​ເຄື່ອງອຸປະກອນ​ການ​ແພດ ​ແລະ ວັດຖຸອື່ນ​ອີກ​ຈຳນວນ​ໜຶ່ງ​​ໃຫ້​ແກ່​ພະນັກງານ​ນັກຮົບ.


ຂ່າວ/ບົດ​ອື່ນ