ຄະນະຜູ້ແທນກະຊວງການຕ່າງປະເທດBolivarianaVenezuelaຢ້ຽມຢາມຫວຽດນາມ


ຄະນະຜູ້ແທນກະຊວງການຕ່າງປະເທດBolivarianaVenezuelaຢ້ຽມຢາມຫວຽດນາມ - ảnh 1
ທາບ​ທ່າມ​ດ້ານ​ການ​ເມືອງ​ຄັ້ງ​ທີ 5 ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ​ແລະVenezuela
ພາບ:tgvn.com

(vovworld)- ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ຄະ​ນະ​ຜູ້​ແທນ​ກະ​ຊວງ​ການ​ຕ່າງ​ປະ​ເທດ Bolivariana Venezuelaໂດຍ​ທ່ານ Xoan Pablo Noya, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ນຳ​ຫນ້າ ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ແຕ່​ວັນ​ທີ 9-11/3.  ວັນ​ທີ 10/3, ທ່ານ ຮ່າ​ກີມງອກ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ພ້ອມ​ກັບ​ທ່ານ Xoan Pablo Noya, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ Venezuelaໄດ້​ເປັນ​ປະ​ທານ​ຮ່ວມ​ການ​ເຈ​ລະ​ຈາທາບ​ທ່າມ​ດ້ານ​ການ​ເມືອງ​ຄັ້ງ​ທີ 5 ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ສອງ​ປະ​ເທດ. ທີ່​ການ​ເຈ​ລະ​ຈາ, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ແຕ່​ລະ​ປະ​ເທດ​ໃນ​ໄລ​ຍະ​ມໍ່ໆ​ມານີ້, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ ເພ່​ືອ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ສອງ​ກະ​ຊວງ, ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ຊື່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄ​ວາມ​ສົນ​ໃຈ.  ທ່ານ ຮ່າ​ກີມງອກ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຢືນ​ຢັນ: ຍາມ​ໃດ ຫວຽດ​ນາມ​ກໍ​ຖື​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ກັບ Venezuela ເປັນ​ສຳ​ຄັນ ແລະ ສະ​ແດງ​ຄວາມ​ພຶງ​ພ​ໍ​ໃຈ​ກ່ຽວ​ກັບ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ຖື​ວ່າ ຍັງ​ມີຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝ່າຍ, ຮັບ​ໃຊ້​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ຢູ່​ແຕ່​ລະ​ປະ​ເທດ. ການ​ນຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສອງ​ປະ​ເທດ ຫວຽດ​ນາມ ແລະ Venezuela ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ຊື່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ເຫັນ​ດີ​ເປັນ​ເອ​ກະ​ສັນ​ກັນ​ສະ​ຫ​ນັບ​ສະ​ຫນູນ​ຫລັກ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ອະ​ທິ​ປະ​ໄຕ​ໂດຍ​ສັນ​ຕິ​ວິ​ທີ ແລະ ສອດ​ຄ​ອ່ງ​ກັບ​ກົດ​ໝາຍ​ສາ​ກົນ, ຢືນ​ຢັນ ສອງ​ຝ່າຍ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ສົມ​ທົບ ແລະ ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ ທີ່ ສ​ປ​ຊ, ຂະ​ບວນ​ການບໍ່​ຮ່ວມ​ກຸ່ມ, ເວ​ທີ​ປາ​ໄສ​ຮ່ວມ​ມື ອາ​ຊີ​ຕາ​ເວັນ​ອອກ-ອາ​ເມ​ລິ​ກາ​ລາ​ຕີນ ກໍ​ຄື​ທີ່​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ​ອື່ນ.

 

ຂ່າວ/ບົດ​ອື່ນ