ການພົບປະແລກປ່ຽນລະຫວ່າງສອງຝ່າຍ
(ພາບ: qdnd.vn)
(vovworld) - ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ໂດຍທ່ານພົນໂທ Nguyen Ba Ty, ເສນາທິການໃຫຍ່ນຳໜ້າ, ຫາກໍມີການຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນລັດເຊຍ ຕາມຄຳເຊີນຂອງທ່ານເສນາທິການໃຫຍ່ບັນດາກຳລັງປະກອບອາວຸດທັງເປັນຮອງລັດຖະມົນຕີທີ່ໜຶ່ງກະຊວງປ້ອງກັນປະເທດລັດເຊຍ, ພົນເອກ Nikolai Makarov. ທີ່ການເຈລະຈາລະຫວ່າງທ່ານພົນໂທ Nguyen Ba Ty ແລະ ທ່ານລັດຖະມົນປ້ອງກັນປະເທດລັດເຊຍ Anatoly Serdiukov ໃນຂອບເຂດການຢ້ຽມຢາມ, ສອງຝ່າຍໄດ້ປຶກສາຫາລືສະພາບການ ແລະ ແງ່ຫວັງຮ່ວມມືປ້ອງກັນປະເທດ ແລະ ການທະຫານ - ເຕັກນິກສອງຝ່າຍ ແລະ ເນັ້ນໜັກວ່າ ສອງປະເທດຄວນຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດກວ່າອີກ ເພື່ອເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ.