ຄະນະສາສະໜາລັດຖະບານເພີ່ມທະວີກຳລັງວຽກງານຄຸ້ມຄອງລັດກ່ຽວກັບການເຊື່ອຖືສາສະໜາຢູ່ນະຄອນໂຮ່ຈີມິນ

(VOVWORLD) -ບັນດາອົງການຈັດຕັ້ງສາສະໜາ, ຜູ້ມີຍົດສັກຕຳແໜ່ງໄດ້ລະດົມການປະຕິບັດໃຈບຸນໃຈກູຊົນຢູ່ບັນດາທ້ອງຖິ່ນເຊິ່ງໂລກລະບາດແຜ່ລະບາດຢ່າງສັບສົນ
ຄະນະສາສະໜາລັດຖະບານເພີ່ມທະວີກຳລັງວຽກງານຄຸ້ມຄອງລັດກ່ຽວກັບການເຊື່ອຖືສາສະໜາຢູ່ນະຄອນໂຮ່ຈີມິນ - ảnh 1(ການພົບປະກັບກຳລັງປະຕິບັດໜ້າທີ່ຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້)

ວັນທີ 27 ກໍລະກົດ, ທີ່ການຕ້ອນຮັບໜ່ວຍປະຕິບັດງານຄະນະສາສະໜາລັດຖະບານເພີ່ມທະວີກຳລັງປະຕິບັດໜ້າທີ່ວຽກງານຄຸ້ມຄອງລັດກ່ຽວກັບການເຊື່ອຖືສາສະໜາຢູ່ນະຄອນໂຮ່ຈີມິນ, ທ່ານນາງ ຟ້າມທິແທັງຈ່າ, ລັດຖະມົນຕີກະຊວງພາຍໃນເນັ້ນໜັກວ່າ, ຕໍ່ໜ້າສະພາບການໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້, ກຳລັງເຂົ້າຮ່ວມແນວໜ້າໂດຍກົງຂອງຄະນະສາສະໜາລັດຖະບານ ປະຕິບັດບັນດາການເຄື່ອນໄຫວດ້ວຍຄວາມຫຍຸ້ງຍາກຫຼາຍຢ່າງ. ຍ້ອນເຫດນັ້ນ, ຕ້ອງການມີກຳລັງເພີ່ມທະວີຮ່ວມເດີນທາງພ້ອມກັບພ້ອມກັບບັນດາອົງການຈັດຕັ້ງສາສະໜາ, ຜູ້ມີຍົດສັກຕຳແໜ່ງ, ເສີມຂະຫຍາຍກຳລັງແຮງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັນຊາດ ເພື່ອຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ. ທ່ານນາງລັດຖະມົນຕີ ຟ້າມທິແທັງຈ່າ, ສະເໜີວ່າ:

“ຕ້ອງສ້າງກຳລັງແຮງສັງລວມທົ່ວປວງຊົນ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມ, ສັງຄົມປະຕິບັດເປົ້າໝາຍໃຫຍ່ທີ່ສຸດແມ່ນສະກັດກັັ້ນໂລກລະບາດໃຫ້ໄດ້. ຄຽງຂ້າງນັ້ນ ຂົນຂວາຍ ໂຄສະນາບັນດາຜູ້ມີຍົດສັກຕຳແໜ່ງ ຮ່ວມແຮງຮ່ວມໃຈປະກອບເຂົ້າກອງທຶນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ເພື່ອແປ່ງປັນພ້ອມກັບປະຊາຊົນ ແລະ ບັນດາຜູ້ເຊື່ອຖືສາສະໜາທີ່ປະສົບກັບຄວາມຫຍຸ້ງຍາກໃນສະພາບເກີດໂລກລະບາດໂຄວິດ-19”.

ໃນໄລຍະຜ່ານມາ, ບັນດາອົງການຈັດຕັ້ງສາສະໜາ, ຜູ້ມີຍົດສັກຕຳແໜ່ງໄດ້ລະດົມການປະຕິບັດໃຈບຸນໃຈກູຊົນຢູ່ບັນດາທ້ອງຖິ່ນເຊິ່ງໂລກລະບາດແຜ່ລະບາດຢ່າງສັບສົນ ດ້ວຍຈຳນວນເງິນກວ່າ 200.000 ຕື້ດົ່ງ; ບັນດາສາສະໜາໄດ້ປະກອບເຂົ້າກອງທຶນວັກຊິນກັນໂຄວິດ-19 ກວ່າ 10 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ