ງານບຸນພົບປະແລກປ່ຽນວັດທະນະທຳຫວຽດນາມ-ສ.ເກົາຫຼີ2015
ງານບຸນພົບປະແລກປ່ຽນວັດທະນະທຳຫວຽດນາມ-ສ.ເກົາຫຼີ2015
(ພາບ: TTXVN)
(vovworld) - ງານບຸນພົບປະແລກປ່ຽນວັດທະນະທຳຫວຽດນາມ - ສ.ເກົາຫຼີ 2015, ໂດຍສູນວັດທະນະທຳສ.ເກົາຫຼີ ປະຈຳຫວຽດນາມ ສົມທົບກັບພະແນກພົວພັນກັບຕ່າງປະເທດນະຄອນດ່ານັ້ງ ຈັດຕັ້ງ, ຖືກໄຂຂຶ້ນໃນຕອນຄ່ຳວັນທີ 12/12, ຢູ່ນະຄອນດ່ານັ້ງ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 23 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງຫວຽດນາມ - ສ.ເກົາຫຼີ (22/12/1992 – 22/12/2015). ທີ່ພິທີ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ ດັ້ງຫວຽດຢຸງ ຢືນຢັນວ່າ, ໃນຕະຫຼອດ 23 ປີຜ່ານມາ, ການພົວພັນລະຫວ່າງ 2 ປະເທດ ໄດ້ຮັບການປັບປຸງ ແລະ ພັດທະນາໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ໃນນັ້ນມີການພົບປະແລກປ່ຽນດ້ານວັດທະນະທຳ. ໃນຂອບເຂດການຮ່ວມມືລະຫວ່າງ 2 ປະເທດໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງນະຄອນດ່ານັ້ງ ແລະ ສ.ເກົາຫຼີ ນັບມືນັບໄດ້ຮັບການພັດທະນາຢ່າງແຮງ.
ສ່ວນທ່ານເອກອັກຄະລັດຖະທູດສ.ເກົາຫຼີ ປະຈຳຫວຽດນາມ Jun Dae Joo ຢືນຢັນວ່າ, ດ່ານັ້ງ ແມ່ນນະຄອນທີ່ມີຄວາມຂະຫຍັນຂັນເຄື່ອນ ດ້ວຍຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດຫຼາຍຢ່າງ. ດ່ານັ້ງ ມີສາຍການບິນໂດຍກົງເຖິງ ສ.ເກົາຫຼີ, ນີ້ແມ່ນເງື່ອນໄຂສະດວກເພື່ອໃຫ້ປະຊາຊົນສ.ເກົາຫຼີ ມາຢ້ຽມຢາມ, ທ່ອງທ່ຽງຢູ່ດ່ານັ້ງ.