(vovworld) – ງານບຸນ Ok – Om – Bok ຂອງຊາວເຜົ່າຂະເມ ແຂວງ ຈ່າວີງ ແມ່ນໜຶ່ງໃນບັນດາມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ ຫາກໍ່ໄດ້ຮັບການປະກາດຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ນີ້ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດທີ 4 ຂອງແຂວງຈ່າວີງ ໄດ້ຮັບການຮັບຮອງ. ງານບຸນ Ok – Om – Bok ຍັງເອີ້ນວ່າພິທີໄຫວ້ພະຈັນ, ເຊິ່ງແມ່ນໜຶ່ງໃນ 3 ງານບຸນຕົ້ນຕໍໃນປີຂອງຊາວ ຂະເມ ຢູ່ພາກໃຕ້ເຊິ່ງໄດ້ຮັບການຈັດຕັ້ງໃນວັນເພັງເດືອນ 10 ໄລ່ຕາມຈັນທະປະຕິທິນປະຈຳປີ, ກົງກັບເວລາສິ້ນສຸດລະດູການເກັບກ່ຽວ. ຕາມການເຊື່ອຖືຂອງຊາວ ຂະເມແລ້ວ, ພະຈັນແມ່ນເທວະດາຄຸ້ມຄອງອາກາດ ແລະ ລະດູການປູກຝັງໃນປີ. ງານບຸນໄຫວ້ພະຈັນ ເຄີຍຈັດຕັ້ງຢູ່ໃນບ້ານ, ເດີນວັດ ຫຼື ອ້ອມແອ້ມບ້ານ. ຊາວ ຂະເມ ໄຫວ້ບູຊາເທວະດາພະຈັນໃນປີທີ່ໄດ້ເອື້ອອຳນວຍຄວາມສະດວກ, ເພື່ອໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ ແລະ ພາວະນາຂໍໃຫ້ປີໜ້າດິນຟ້າອາກາດກໍ່ສືບຕໍ່ອຳນວຍຄວາມສະດວກ, ເພື່ອໃຫ້ປະຊາຊົນໄດ້ຮັບຜົນດີ, ມີຊີວິດອີ່ມໜຳສຳລານ, ມີຄວາມຜາສຸກ.