ງານພົບປະສ້າງສັນໃນໂອກາດ ວັນບຸນຄຼິດສມາດ 2012

ງານພົບປະສ້າງສັນໃນໂອກາດ ວັນບຸນຄຼິດສມາດ 2012 - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 19/12, ຢູ່​ຮ່າ​ໂນ້ຍ, ຄະນະກຳມະການສາມັກຄີ ກັບຊາວຄຼິດຫວຽດນາມ ​ໄດ້ຈັດງານພົບປະສ້າງສັນໃນໂອກາດວັນບຸນຄຼິດສມາດ 2012. ນະ​ທີ່​ນີ້, ທ່ານ​ຮິງ​ດາມ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ສົ່ງພອນ​ໄຊ​ອັນ​ປະ​ເສີດ​ທີ່​ສຸດມາ​ຍັງ​ຄຸນ​ພໍ່​ປະທານຄະນະກຳມະການສາມັກຄີ ກັບຊາວຄຼິດຫວຽດນາມ, ບັນດາ​ສະມາຊິກ​ໃນ​ຄະນະ​ປະຈຳ, ຄະນະ​ປະທານຄະນະກຳມະການສາມັກຄີ ກັບຊາວຄຼິດຫວຽດນາມ, ບັນດາ​ຄຸນ​ພໍ່, ນັກບວດ ​ແລະ ປະຊາຊົນຊາວຄຼິດ. ທ່ານ​ປະທານ​ຮິງ​ດາມ ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ດ້ວຍ​ອາລົມຈິດ​ຄວາມ​ຮັກ​ແພງ, ຄວາມ​ຮັບຜິດຊອບ ​ແລະ ບົດບາດ​ຂອງ​ຕົນ, ບັນດາ​ຜູ້​ມີ​ຍົດ​ຖະບັນດາສັກ ​ແລະ ປະຊາຊົນ​ຊາວ​ຄຼິດຈະ​ສືບ​ຕໍ່​ປະກອບສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ, ປັບປຸງ ​ແລະ ​ເພີ່​ມທະວີ​ກຸ່ມກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃຫ້​ນັບ​ມື້​ນັບໝັ້ນຄົງ​ເຂັ້ມ​ແຂງ, ​ເພື່ອ​ຈຸດໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ສັງຄົມ​ປະຊາທິປະ​ໄຕ, ຍຸດຕິ​ທຳ, ສີວິ​ໄລ… ຄຸນ​ພໍ່​ຫງວຽນ​ກົງ​ແຢງ, ປະທານຄະນະກຳມະການສາມັກຄີ ກັບຊາວຄຼິດຫວຽດນາມ ​ໄດ້​ຂອບ​ອົກ​ຂອບ​ໃຈ​ຕໍ່​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ຢັ້ງຢືນ​ຈະ​ສືບ​ຕໍ່​ຂົນຂວາຍ​ບັນດາ​ຜູ້​ມີ​ຍົດ​ຖາ​ບັນຫາ​ສັກ ​ແລະ ປະຊາຊົນ​ຊາວ​ຄຼິດຈະ​ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ກົ​ດໝາຍ​ຂອງ​ພັກ, ລັດ, “ຢູ່​ໃນ​ສິດ​ກິນ​ໃນ​ທຳ“ ​ໃຫ້​ເປັນ​ຢ່າງ​ດີ.

 

ຂ່າວ/ບົດ​ອື່ນ