ງານພົບປະແລກປ່ຽນມິດຕະພາບເຍົາວະຊົນຫວຽດນາມແລະຈີນ

ງານພົບປະແລກປ່ຽນມິດຕະພາບເຍົາວະຊົນຫວຽດນາມແລະຈີນ - ảnh 1
ການ​ລະຫຼິີ້ນ​ຂອງ​ເຍົາ​ວະ​ຊົນ​ໃນ​ງານ​ພົບ​ປະ​ແລກ​ປ່ຽນ
(ພາບ: Thắng Trung/TTXVN)


(vovworld) – ​ວັນ​ທີ 2/11, ຄະ​ນະ​ຊາວ​ໜຸ່​ມ​ແຂວງ ລ້າ​ງ​ເຊີນ ໄດ້​ຈັດ​ຕັ້ງ​ງານ​ພົ​ບ​ປະ​ແລກ​ປ່ຽນ “ຜ້າແດງມິດ​ຕະ​ພາບ​ເຍົາ​ວະ​ຊົນ​ເຂດ​ຊາຍ​ແດນ ລ້າງ​ເຊີນ - ກວາງ​ສີ” ປີ 2014. ພິ​ທີເປີດ​ສາກ​ລ​າຍ​ການ​ໄດ້​ຈັດ​ຕັ້ງ​ຢູ່​ໂຮງ​ຮຽນ ປະ​ຖົມ ຫວີ້ງ​ຈ້າຍ, ນະ​ຄອນ ລ້າງ​ເຊີນ. ບັນ​ດາ​ນ້ອງ​ເຍົາ​ວະ​ຊົນ​ຢູ່​ 2 ແຂວງເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວມອບ​ຜ້າແດງມິດ​ຕະ​ພາບ ແລະ ​ເຄື່ອງ​ໝາຍເຍົາ​ວະ​ຊົນ. ອ້າຍ ຫງວຽນ​ຮ່​ວາງ​ຕູ່ງ, ເລ​ຂາ​ຄະ​ນະ​ຊາວ​ໜຸ່ມ​ແຂວງ ລ້າ​ງ​ເຊີນ, ໃຫ້​ຮູ້​ວ່າ:

        “ປີນີ້​ແມ່ນ​ປີ​ທີ 2 ພວກ​ຂ້າ​ພະ​ເຈົ້າ​ຈັດ​ຕັ້ງ​ເຫດ​ການນີ້. ອາດ​ເວົ້າ​ໄດ້​ວ່າ​, ແຕ່​ລະ​ເທື່ອ​ພົບ​ປະ​ແລກ​ປ່ຽນ​ນຳ​ກັນ​ຄື​ແນວນີ້ພວກ​ນ້ອງ​ເຍົາ​ວະ​ຊົນ​ຂອງ​ແຂວງ ລ້າງ​ເຊີນ ແລະ ເຍົາ​ວະ​ຊົນ​ຂອງ​ແຂວງ ກວາງ​ສີມີ​ຄວາມ​ເບີດ​ບານ​ມ່ວນ​ຊື່ນຫຼາຍ ແລະ ​ສ້າງຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມຫຼາຍ​ຢ່າງ. ເຍົາ​ວະ​ຊົນແຂວງ ລ້າງ​ເຊີນ ແລະ ກວາງ​ສີ ຮ່ວມ​ແຮງ​ຮ່ວມ​ໃຈ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ໃນ​ການ​ຮ່ຳ​ຮຽນ ແລະ ໃນ​ວຽກ​ງານ​ຂອງກອງ​ເຍົາ​ວະ​ຊົນ​ປະ​ຈັນ​ບານ.”


ຂ່າວ/ບົດ​ອື່ນ