ງານພົບປະແລກປ່ຽນ “ຊາວປະມົງຮ່ວາງຊາ, ເຈື່ອງຊາ ກັບທະຫານ ປ້ອງກັນຊາຍແດນ“

ງານພົບປະແລກປ່ຽນ “ຊາວປະມົງຮ່ວາງຊາ, ເຈື່ອງຊາ ກັບທະຫານ ປ້ອງກັນຊາຍແດນ“ - ảnh 1

ຊາວປະມົງ​ຮ່ວາງ​ຊາ, ​ເຈື່ອງ​ຊາ

(ພາບ: fonet.vn)

(VOV) -     ວັນ​ທີ 7/10, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ໃຫ່ຍ​ແຮງ​ງານ​ຫວຽດນາມ ​ໄດ້​ຈັດການ​ປະຊຸມ ​ເອກະ​ພາບ​ກ່ຽວ​ກັບ​ເນື້ອ​ໃນ​ລາຍການ​ຂອງງານ​ພົບ​ປະ​ແລກປ່ຽນ “ຊາວປະມົງ​ຮ່ວາງ​ຊາ, ​ເຈື່ອງ​ຊາ ກັບ​ທະຫານ​ປ້ອງ​ກັນຊາ​ຍ​ແດນ“ ​ເພື່ອ​ແນ​ໃສ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ແບ່ງປັນ​ຂອງ​ອົງການ​ກຳມະບານ​ກັບ​ຊາວ​ປະມົງ​ຜູ້​ທີ່​ພວມ​ຕິດ​ພັນ​ກັບ​ເຂດເລ​ຮ່ວາງ​ຊາ, ​ເຈື່ອງ​ຊາ ທັງ​ວັນ ​ແລະ ຄືນ; ສ້າງ​ການ​ພົວພັນ​ລະຫວ່າງ​ຊາວ​ປະມົງ​ກັບທະຫານ​ປ້ອງ​ກັນຊາ​ຍ​ແດນ. ທີ່​ງານ​ພົບ​ປະ​ຈະ​ມີ​ບັນດາ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ໄປ​ກູ້​ໄພ​ກູ້​ຊີບ​ຊາວ​ປະມົງ​ຜູ້​ຖືກ​ອຸບັດ​ຕິ​ເຫດ ​ແລະ ກໍ່​ໃນ​ງານ​ພົບ​ປະ, ​ຈະມີ​ການມອບ​ຂອງຂວັນ​ໃຫ້​ແກ່​ບັນດາ​ບໍລິສັດ​ອາຊີບ​ຫາ​ປາ ​ແລະ ຊາວ​ປະມົງ​ຖືກ​ຜົນ​ເສຍ​ຫາຍ​ຍ້ອນ​​ໄພ​ທຳ​ມະ​ຊາດ​ເມື່ອ​ພວມ​ຫາ​ປາ​ຢູ່​ເຂດ​ທະ​ເລ​ຮ່ວາງ​ຊາ, ​ເຈື່ອງ​ຊາ…

ຂ່າວ/ບົດ​ອື່ນ