ງານພົບປະແລກ ປ່ຽນ ”ແຫແຫ່ງ ສາຍຈິດມິດໃຈເພື່ອ ຊາວປະມົງຮ່ວາງຊາ, ເຈື່ອງຊາ”

ງານພົບປະແລກ ປ່ຽນ ”ແຫແຫ່ງ ສາຍຈິດມິດໃຈເພື່ອ ຊາວປະມົງຮ່ວາງຊາ, ເຈື່ອງຊາ”  - ảnh 1
”​ແຫ​ແຫ່ງ​ສາຍ​ຈິດ​ມິດ​ໃຈ ​ເພື່ອ​ຊາວ​ປະມົງ​ຮ່ວາງ​ຊາ, ​ເຈື່ອງ​ຊາ”
ຊ່ວຍ​ເຫຼືອ​ໃຫ້​​ຊາວ​ປະມົງ​​ສືບ​ຕໍ່​ການ​ປະມົງ​ບົນ​ທະ​ເລທີ່ຂຶ້ນກັບອະທິປະໄຕຂອງປະເທດ
(ພາບ: Vnexpress)

(vovworld) - ວັນ​ທີ 20/10, ຢູ່​ແຂວງ​ ກວາງ​ງາຍ ​ໄດ້​ດຳ​ເນີນ​ງານ​ພົບ​ປະ​ແລກປ່ຽນ ”​ແຫ​ແຫ່ງ​ສາຍ​ຈິດ​ມິດ​ໃຈ ​ເພື່ອ​ຊາວ​ປະມົງ​ຮ່ວາງ​ຊາ, ​ເຈື່ອງ​ຊາ” ​ແລະ​ມອບ​ຂອງ​ຂວັນ, ​ເງິນ​​ຊ່ວຍ​ເຫຼືອ​ໃຫ້​​ຊາວ​ປະມົງ​ທີ່​ປະສົບ​ເຄາະ​ຮ້າຍ​ບົນ​ທະ​ເລ​ ​ມີ​ເງື່ອນ​ໄຂ​ເພື່ອ​ສືບ​ຕໍ່​ການ​ປະມົງ​ບົນ​ທະ​ເລ. ທີ່​ງານ​ພົບ​ປະ​ແລກປ່ຽນ, ທ່ານ Dang Ngoc Tung, ປະທານ​ສະຫະພັນ​​ໃຫຍ່ແຮງ​ງານ​ຫວຽດນາມ, ປະທານ​ສະພາ​ຄຸ້ມ​ຄອງ​ມຸນ​ນິທິ​ສັງຄົມຊ່ວຍ​ເຫຼືອຄົນ​ທຸກ​ຍາກ, ຢືນຢັນ​ວ່າ:

        ”ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ຈະ​ສືບ​ຕໍ່​ຊີ້​ນຳ​ໃຫ້​ສະຫະພັນ​ແຮງ​ງານ​ບັນດາແຂວງ, ນະຄອນ​ທີ່​ມີ​ຊາວ​ປະມົງ​ຫາ​ປາ​ຢູ່​ທະ​ເລ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ​ຄົ້ນ​ຄ້ວາ ​ເພື່ອ​ຜ່ານ​ຄະນະ​ຮ່ວມ​ອາຊີບ​ຮາກ​ຖານ, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ, ມອບ​ຈຳນວນ​ເງິນ​ຊ່ວຍ​ເຫຼືອ​ນີ້​ເຖິງ​ຜູ້​ປະສົບ​ເຄາະ​ຮ້າຍ”

        ມຸນ​ນິທິ​ສັງຄົມຊ່ວຍ​ເຫຼືອຄົນ​ທຸກ​ຍາກ ກໍ່​ໄດ້​ມອບ​ຂອງຂວັນ​ໃຫ້​ຊາວ​ປະມົງ​ບັນດາ​ແຂວງ ກວາງ​ນາມ, ກວາງ​ງາຍ, ບິ່ງ​ດິ້ງ, ຟູ໋ອຽນ, ​ແຄ໋ງຮ່ວາ, ບິ່ງ​ທ້ວນ ​ແລະ ນະຄອນ​ດ່າ​ນັ້ງ ດ້ວຍ​ຍອດ​ຈຳນວນ​ເງິນ​ຂຶ້ນ​ເຖິງ​ກວ່າ 8,7 ຕຶ້ດົ່ງ; ຄະ​ນະ​ຈັດ​ຕັ້ງ​ໂຄງການ​ໄດ້​ຊ່ວຍ​ເຫຼືອ​ໂດຍ​ກົງ​ໃຫ້​ແກ່​ຊາວ​ປະມົງ​ພາກ​ກາງ​ດ້ວຍຈຳນວນ​​ເກືອບ 13 ຕື້​ດົ່ງ.

ຂ່າວ/ບົດ​ອື່ນ