(ພາບປະກອບ/TTXVN)
(vovworld) – ຕອນຄ່ຳວັນທີ 28/12 ຢູ່ນະຄອນທ່ອງທ່ຽວ Siem Reap, ກຳປູເຈຍ ໄດ້ໄຂງານມະໂຫລານວັດທະນະທຳ, ສິລະປະ ອາຊຽນ - ຈີນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງການພົວພັນຄູ່ເຈລະຈາລະຫວ່າງ ອາຊຽນ - ຈີນ ຄົບຮອບ 25 ປີ. ເຂົ້າຮ່ວມງານມະໂຫລານມີຜູ້ຕາງໜ້າຂອງສະຖານທູດບັນດາປະເທດໃນກຸ່ມ ອາຊຽນ ແລະ ຜູ້ຕາງໜ້າຂອງບັນດາອົງການບໍ່ຂຶ້ນກັບລັດຖະບານອື່ນໆ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ Thon Khon ລັດຖະມົນຕີກະຊວງທ່ອງທ່ຽວ ກຳປູເຈຍ ຖືວ່າ: ງານມະໂຫລານແມ່ນໂອກາດ ເພື່ອໃຫ້ບັນດາປະເທດໃນກຸ່ມ ອາຊຽນ ແລະ ຈີນ ແລກປ່ຽນ ແລະ ຮ່ຳຮຽນເຊິ່ງກັນ ແລະ ກັນ ໃນການຮັກສາ ແລະ ພັດທະນາວັດທະນະທຳ ຂອງແຕ່ລະປະເທດ, ພ້ອມທັງ ຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາປະເທດ ອາຊຽນ ແລະ ຈີນ ໃຫ້ນັບມື້ນັບໝັ້ນຄົງກ່ວາອີກ.