ງານວາງສະແດງຜະລິດ ຕະພັນອຸດສາຫະກຳ ໜູນຊ່ວຍ ຫວຽດນາມ - ຍີ່ປຸ່ນ 2013

ງານວາງສະແດງຜະລິດ ຕະພັນອຸດສາຫະກຳ ໜູນຊ່ວຍ ຫວຽດນາມ - ຍີ່ປຸ່ນ 2013 - ảnh 1
ພິທີໄຂງານວາງສະແດງ
(ພາບ: VGP/Anh Dũng)

(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ, ຕອນ​ເຊົ້າ​ວັນ​ທີ 4/9, ຢູ່​ຮ່າ​ໂນ້ຍ, ສູນ​ສົ່ງ​ເສີມ​ການ​ຄ້າ ຫວຽດນາມ ສົມທົບ​ກັບ​ອົງການ​ສົ່ງ​ເສີມ​ການ​ຄ້າ ຍີ່​ປຸ່ນ ຢູ່ ຮ່າ​ໂນ້ຍ (JETRO) ​ໄດ້​ໄຂ “ງາ​ນວາງສະ​ແດງ​ຜະລິດ​ຕະພັນ​ອຸດສາ​ຫະກຳ​ໜູນ​ຊ່ວຍ ຫວຽດນາມ - ຍີ່ປຸ່ນ 2013”. ນີ້​ແມ່ນ​ຄັ້ງ​ທີ 5 ງານ​ວາງສະ​ແດງ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ, ດ້ວຍ​ຮ້ານ​ວາງສະ​ແດງ​ກ່ວາ 100 ຮ້ານ​ຂອງ 107 ວິ​ສາ​ຫະກິດ​ຂອງ​ທັງ ຫວຽດນາມ ​ແລະ ຍີ່ປຸ່ນ ​ເຂົ້າ​ຮ່ວມ​ງານວາງສະ​ແດງ​ບັນດາ​ຜະລິດ​ຕະພັນ​ຂຶ້ນ​ກັບ​ບັນດາ​ຂົງ​ເຂດ​ຄື: ເຄື່ອງຈັກ ​ແລະ ​ເຄື່ອງ​ອາ​ໄລ່​ລົດ​ໂອ​ໂຕ, ລົດຈັກ, ​ເຄື່ອງ​ໄຟຟ້າ - ​​ເຄື່ອງ​ເອ​ເລັກ​ໂຕ​ນິກ. ງາ​ນວາງສະ​ແດງ​ຜະລິດ​ຕະພັນ​ອຸສາ​ຫະກຳ​ໜູນ​ຊ່ວຍ ຫວຽດນາມ - ຍີ່ປຸ່ນ​ ແມ່ນ​ໂອກາດທີ່​ດີ​ໃຫ້​ບັນດາ​ນັກ​ຜະລິດ, ວິ​ສາ​ຫະກິດ ຫວຽດນາ​ມ ​ເຊື່ອມ​ຕໍ່​ກັບ​ຜູ້ນຳ​ເຂົ້າ​ເພື່ອ​ເພີ່ມ​ທະວີ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ​ເປີດ​ກ້ວາງ​ຕະຫຼາດ​ສົ່ງ​ອອກ. ພ້ອມ​ທັງ, ສຳ​ພັດ​ກັບ​ເຕັກ​ໂນ​ໂລ​ຢີ​ໃໝ່​ສຸດ​ໃນ​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດເຊື່ອງໂຍງເຂົ້າກັບສາກົນ.

ຂ່າວ/ບົດ​ອື່ນ