
ພິທີຕັດແຖບຜ້າໄຂງານວາງສະແດງ
|
(vovworld) – ວັນທີ 26/11, ຢູ່ ຮ່າໂນ້ຍ, ສະມາຄົມນັກຖ່າຍຮູບ ຫວຽດນາມ ໄດ້ສົມທົບກັບໜັງສືພິມ ຕ໋ວຍເຈ໋ (ໄວໜຸ່ມ) ຈັດຕັ້ງພິທີມອບລາງວັນ ແລະ ໄຂງານວາງສະແດງຮູບຖ່າຍສາລະຄະດີ “ຫວຽດນາມ - ປະເທດຊາດ, ປະຊາຊົນ” 2016.
ສະມາຄົມນັກຖ່າຍຮູບ ຫວຽດນາມ ໄດ້ສົມທົບກັບໜັງສືພິມ ຕ໋ວຍເຈ໋ (ໄວໜຸ່ມ)ຈັດຕັ້ງການເສັງຮູບຖ່າຍສາລະຄະດີ “ຫວຽດນາມ - ປະເທດຊາດ, ປະຊາຊົນ” 2016. ຜ່ານການຄັດເລືອກເປັນ 4 ຮອບ, ຄະນະກຳມະການໄດ້ເລືອກເອົາຮູບຖ່າຍ 55 ແຜ່ນເພື່ອນຳໄປເຂົ້າຮ່ວມງານວາງສະແດງ. ໃນນັ້ນ ມີຮູບຖ່າຍດີເດັ່ນ 11 ແຜ່ນໄດ້ຮັບລາງວັນຊຶ່ງລວມມີ: 1 ຫຼຽນຄຳ, 2 ຫຼຽນເງິນ, 3 ຫຼຽນທອງ ແລະ 5 ລາງວັນຊົມເຊີຍ.