ງານແຂ່ງຂັນກິລາ Olympic London 2012 ຖືກອັດລົງດ້ວຍຄວາມປະທັບໃຈ
ພາບປະກອບຈາກອີນເຕີເນັດ
(vovworld) - ໃນເວລາ 21 ໂມງ 30 ນາທິ (ຕາມເວລາທ້ອງຖີ່ນ), ພິທີອັດງານແຂ່ງຂັນກິລາ Olympic 2012 ໄດ້ເລີ່ມຈັດຂຶ້ນດ້ວຍຮູບພາບທຸງຊາດຂອງ 204 ປະເທດບຸກເຂົ້າສະໜາມກິລາ. ອີກເທື່ອໜຶ່ງ, ນັກກິລານັບພັນຄົນທີ່ມາຈາກ 204 ປະເທດ ແລະ ເຂດແຄ້ວນໄດ້ມີໜ້າຢູ່ສະໜາມກິລາທີ່ມີ 80.000 ບ່ອນນັ່ງຢູ່ນະຄອນຫຼວງ ລອນດອນ ເພື່ອເຫັນປະຈັກຕາຈຸດເວລາອັດງານ Olympic 2012, ພ້ອມກັບຜູ້ຊົມໃນທົ່ວໂລກກ່ວາ 300 ລ້ານຄົນ.
ທ່ານປະທານຄະນະກຳມະການ Olympic ສາກົນ Jacques Rogge ກ່າວຄຳເຫັນຢັ້ງຢືນວ່າ: “ປະຫວັດສາດໄດ້ສ້າງຂຶ້ນຍ້ອນບັນດານັກກິລາໃນທົ່ວໂລກ”, ເຊິ່ງແມ່ນຄວາມສຳນຶກໃໝ່ແທນໃຫ້ຄຳປະໂຫຍກ “ຜົນສຳເລັດຍິ່ງກ່ວາເວລາໝົດ” ເຊິ່ງກ່ອນນີ້, ທ່ານປະທານ Juan Antonio Samaranch ນິຍົມຊົມຊອບ. Olympic London ໄດ້ມີບັນດາສະຖິຕິທີ່ບໍ່ເຄີຍມີມາກ່ອນ, ບັນດາຫຼຽນລາງວັນທີ່ເໝາະສົມກັບນັກກິລາແຕ່ລະຄົນ ແລະ ສຳຄັນກ່ວາແມ່ນຄວາມຜາສຸກຂອງຜູ້ຊົມເມື່ອຕິດຕາມການແຂງຂັນກິລາຢູ່ທີ່ນີ້.
Olympic London 2012 ໄດ້ຈັດຂຶ້ນໃນແຕ່ວັນທີ 28/7 ຫາ 12/8. ສຸດທ້າຍ, ຄະນະກິລາ ອາເມລິກາ ໄດ້ນຳໜ້າທົ່ວຄະນະນັກກິລາດ້ວຍຜົນງານຍາດໄດ້ຫຼຽນຄຳ 46 ຫຼຽນ. ຢືນອັບດັບທີ 2 ແມ່ນຄະນະກິລາ ຈີນ ດ້ວຍຫຼຽນຄຳ 38 ຫຼຽນ. ທີ 3 ແມ່ນຄະນະນັກກິລາປະເທດເຈົ້າພາບລາຊະອານາຈັກ ອັງກິດ ດ້ວຍຫຼຽນຄຳ 29 ຫຼຽນ. ຄະນະນັກກິລາລັດເຊຍ ຢືນອັບດັບທີ 4 ດ້ວຍຫຼຽນຄຳ 24 ຫຼຽນ.