ຈີນ-ອາເມລິກາເຫັນດີ ຈະເພີ່ມທະວີການ ຮ່ວມມືຕ້ານໂລກ ພະຍາດ Ebola
(ພາບປະກອບ: AFP )
(vovworld)- ວັນທີ 18/10, ທ່ານຈິນກາງ ໂຄສົກກະຊວງການຕ່າງປະເທດຈີນໃຫ້ຮູ້ວ່າ: ທ່ານຢາງເຈຍຊື້, ກຳມະການລັດຖະບານຈີນ ພວມຢູ່ຢ້ຽມຢາມອາເມລິກາ ແລະ ທ່ານ John Kerry ລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ເຫັນດີຈະເພີ່ມທະວີການຮ່ວມມືຕ້ານການແຜ່ລະບາດຂອງໂລກພະຍາດ Ebola. ທ່ານຢາງເຈຍຊື້ ເນັ້ນໜັກວ່າ, ໄວຣັດ Ebola ພວມກາຍເປັນໄພນາບຂູ່ສຳລັບສຸຂະພາບຂອງວົງຄະນາຍາດ. ຕາມທ່ານຢາງເຈຍຊື້, ປັກກິງ ແລະ ວໍຊິງຕັນ ມີທ່າໄດ້ປຽບກ່ຽວກັບຄວາມສາມາດຕ້ານໄວຣັດທີ່ອັນຕະລາຍດັ່ງກ່າວ ແລະ ຈີນພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບອາເມລິກາ ກໍ່ຄືປະຊາຄົມໂລກ ເພື່ອແນໃສ່ໜູນຊ່ວຍບັນດາປະເທດອາຟຼິກກາ ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກພະຍາດນີ້./.