ຈີນ - ສປປ.ເກົາຫຼີ ເຫັນດີເພີ່ມທະວີການຮ່ວມມືລະຫວ່າງກອງທັບ 2 ປະເທດ

(VOVWORLD) -ວັນທີ 18 ສິງຫາ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ, ວົງການເຈົ້າໜ້າທີ່ດ້ານການທະຫານຂັ້ນສູງສປປ.ເກົາຫຼີ ແລະ ຈີນ ໄດ້ດຳເນີນການເຈລະຈາຢູ່ປັກກິງ ເພື່ອປຶກສາຫາລືການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ.

ການເຈລະຈາຖືກດຳເນີນໄປໃນຂອບເຂດການຢ້ຽມຢາມຈີນ ຂອງຄະນະຜູ້ແທນສປປ.ເກົາຫຼີ ໂດຍທ່ານຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນສປປ.ເກົາຫຼີ Kim Su gil ນຳໜ້າ. ທີ່ການເຈລະຈາກັບທ່ານຫົວໜ້າຄະນະພົວພັນຕ່າງປະເທດການເມືອງຂອງຄະນະພັກການທະຫານສູນກາງຈີນ ແມວຂ໋ວາ, ທ່ານ Kim Su gil ໄດ້ສະແດງໃຫ້ເຫັນຄວາມພ້ອມໃນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ກອງທັບໃຫ້ຂຶ້ນສູ່ລະດັບສູງໃໝ່ ເໝາະສົມກັບຄວາມຕັດສິນໃຈຂອງການນຳ 2 ປະເທດ.

        ສ່ວນທ່ານ ແມວຂ໋ວາ ໃຫ້ຮູ້ວ່າ, ການພົວພັນມິດຕະພາບລະຫວ່າງຈີນ - ສປປ.ເກົາຫຼີ ໄດ້ຮັບການປັບປຸງຢ່າງເຂັ້ມແຂງ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທົດສອບຫຼາຍຢ່າງໃນຕະຫຼອດ 70 ປີຜ່ານມາ ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ ແລະ ພວມພັດທະນາໃຫ້ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ