ຈີນ ສະເຫຼີມສະຫຼອງວັນຊາດຄົບຮອບ 68 ປີ

(VOVWORLD) - ວັນທີ 01 ຕຸລາ, ຈີນ ໄດ້ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດຄົບຮອບ 68 ປີ. ນັບແຕ່ຮຸ່ງເຊົ້າ, ໄດ້ມີ 115.000 ກ່ວາຄົນເຕົ້າໂຮມຢູ່ສະໜາມຫລວງ ທຽນອານເໝີນ, ນະຄອນຫລວງ ປັກກິ່ງ
ຈີນ ສະເຫຼີມສະຫຼອງວັນຊາດຄົບຮອບ 68 ປີ - ảnh 1 ພິທີຊັກທຸງຊາດຂຶ້ນຍອດເສົາ (ພາບ: THX/TTXVN)

ເພື່ອເຂົ້າຮ່ວມພິທີຊັກທຸງຊາດຂຶ້ນຍອດເສົາ, ໃນຂະນະນັ້ນ ນົກກາງແກ 10.000 ໂຕໄດ້ຖືກປ່ອຍບິນສູ່ທ້ອງຟ້າ. ໃນບົດກ່າວປາໄສຢູ່ ຫໍສະພາປະຊາຊົນກ່ອນທີ່ຈະຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດ, ທ່ານນາຍົກລັດຖະມົນຕີ ຈີນ ລີເຄີສຽງ ເນັ້ນໜັກວ່າ ຈີນ ຈະເປີດປະຕູຫລາຍກ່ວາອີກ ເພື່ອສ້າງສາ ແລະ ແບ່ງປັນບັນດາໂອກາດພັດທະນາກັບບັນດາປະເທດອື່ນໆ ແລະ ປະກອບສ່ວນເຂົ້າໃນການຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ