ຊຸກຍູ້ການພັດທະນາພື້ນຖານກະຈາຍສຽງດິຈີຕອນ, ໂທລະພາບດິຈີຕອນແຫ່ງຊາດ

(VOVWORLD) -ທ່ານຮອງຜູ້ອຳນວຍການໃຫຍ່ VOV ເນັ້ນຫນັກວ່າ: VOV ພວມສ້າງແຜນຮ່າງ ພື້ນຖານກະຈາຍສຽງດິຈີຕອນແຫ່ງຊາດ ແລະຄາດວ່າ ຕົ້ນໄຕມາດ 3 ປີ 2023 ຈະນຳເຂົ້າໃຊ້ການຢ່າງເປັນທາງການ.
ຊຸກຍູ້ການພັດທະນາພື້ນຖານກະຈາຍສຽງດິຈີຕອນ, ໂທລະພາບດິຈີຕອນແຫ່ງຊາດ - ảnh 1ທ່ານ ຫວູຫາຍກວາງ ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ (VOV)

ຕອນບ່າຍວັນທີ 23 ກັນຍາ ຢູ່ ຮ່າໂນ້ຍ, ກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມໄດ້ສົມທົບກັບ ວິທະຍຸກະຈາຍສຽງຫວຽດນາມ, ສຳນັກໂທລະພາບຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາ “ຊຸກຍູ້ການພັດທະນາພື້ນຖານ “ກະຈາຍສຽງດິຈີຕອນ, ໂທລະພາບດິຈີຕອນແຫ່ງຊາດ”. ກ່າວຄຳເຫັນນະທີ່ນີ້, ທ່ານ ຫວູຫາຍກວາງ ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ (VOV) ໃຫ້ຮູ້ວ່າ: ພື້ນຖານດິຈີຕອນແຫ່ງຊາດ ກ່ຽວກັບການກະຈາຍສຽງດິຈີຕອນທາງອອນລາຍ, ພື້ນຖານ ດິຈີຕອນແຫ່ງຊາດ ມຸ່ງໄປເຖິງເລື່ອງສະຫນອງຊ່ອງກະຈາຍສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ ແລະ ວິທະຍຸກະຈາຍສຽງທຸກແຂວງ, ນະຄອນ ຢູ່ ຫວຽດນາມ ຢ່າງຄົບຖ້ວນ. ພື້ນຖານ ກະຈາຍສຽງດິຈີຕອນຊ່ວຍໃຫ້ມະຫາຊົນ ສາມາດຮັບຟັງ, ຟັງຄືນບັນດາຊ່ອງກະຈາຍສຽງຢູ່ ຫວຽດນາມ ໃນທຸກບ່ອນ, ທຸກເວລາ ນັບທັງຜູ້ຟັງທຸກຄົນ ແລະ ຊາວຫວຽດນາມ ຢູ່ ຕ່າງປະເທດ.

ທ່ານຮອງຜູ້ອຳນວຍການໃຫຍ່ VOV ເນັ້ນຫນັກວ່າ: VOV ພວມສ້າງແຜນຮ່າງ ພື້ນຖານກະຈາຍສຽງດິຈີຕອນແຫ່ງຊາດ ແລະຄາດວ່າ ຕົ້ນໄຕມາດ 3 ປີ 2023 ຈະນຳເຂົ້າໃຊ້ການຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ