ຊຸກຍູ້ການພົວພັນຄູ່ ຮ່ວມມືຍຸດທະສາດ ຮອບດ້ານຫວຽດນາມ-ຈີນ

ຊຸກຍູ້ການພົວພັນຄູ່ ຮ່ວມມືຍຸດທະສາດ ຮອບດ້ານຫວຽດນາມ-ຈີນ - ảnh 1

ທ່ານນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ

ພົບປະ​ເຈລະຈາ​ກັບທ່ານນາຍົກລັດຖະມົນຕີ​ຈີນ ຫຼີ​ເຄີ​ຊຽງ,

(ພາບ: vov)

(vovworld)- ​ໂດ​ຍ​ໄດ້​ຮັບ​ຄຳ​ເຊີນ​ຈາກ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ, ທ່ານ​ຫຼີ​ເຄີ​ຊຽງ, ນາຍົກລັດຖະມົນຕີ​ຈີນ ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 13-15/10/2013. ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ສົມ​ກຽດ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ ​ເມື່ອ​ຕອນ​ບ່າຍ​ວັນ​ທີ 13/10,  ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບທ່ານ​ຫຼີ​ເຄີ​ຊຽງ, ນາຍົກລັດຖະມົນຕີ​ຈີນ. ນາຍົກລັດຖະມົນຕີສອງທ່ານ​ໄດ້​ແລກປ່ຽນ​ຄຳ​ເຫັນ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ກ່ຽວ​ກັບ​ສະພາບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ບັນລຸ​ຄວາມ​ຮັບ​ຮູ້​ລວມຢ່າງ​ກ້ວາງ​ຂວາງກ່ຽວ​ກັບ​ບັນດາ​ມາດ​ຕະການ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-​ຈີນ ​ເລິກ​ເຊິ່ງກ່ວາ​ໃນ​ສະພາບ​ການ​ໃໝ່. ນັ້ນຄື: ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ, ຮັກສາ​ການ​ຢ້ຽມຢາມ ​ແລະ ພົບ​ປະຄັ້ງຕ່າງໆ​ລະຫວ່າງ​ການ​ນຳ​ຂັ້ນສູງ, ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ສອງ​ປະ​ເທດເປັນ​ປະຈຳ, ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ທຸກ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ-​ການ​ຄ້າ, ຍົກ​ວົງ​ເງິນ​ການ​ຄ້າ​ຂຶ້ນ 60 ຕື້ USD ​ໃນ​ປີ 2015.

   ກ່ຽວ​ກັບ​ບັນຫາ​ບົນ​ທະ​ເລ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ປະຕິບັດ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນສູງ​ສອງ​ພັກ, ສອງ​ລັດ, ປະຕິບັດ “ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຊີ້​ນຳ​ການ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ຫວຽດນາມ-​ຈີນ“ ຢ່າງ​ເຂັ້ມງວດ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ຢືນຢັນ​ວ່າ:

  “ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ພ້ອມ​ກັນ​ມານະ​ພະຍາຍາມ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ບົນ​ທະ​ເລ, ຄວບ​ຄຸມ​ຄວາມ​ບໍ່​ລົງ​ລອຍ​ກັນ​ເປັນ​ຢ່າງ​ດີ,  ​ເດັດດຽວຮັບຮອງ​ເອົາ​ ​ແລະ ເຈລະຈາມິດຕະພາບ, ຊອກ​ຫາ​ມາດ​ຕະການ​ພື້ນຖານ ​ແລະ ຍາວ​ນານ​. ດ້ວຍ​ຈິດ​ໃຈ​ດັ່ງກ່າວ,  ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ຈະ​ພ້ອມ​ກັນ​ພະຍາຍາມ​ສ້າງ​ຄວາມ​ຄຶບໜ້າ​ອັນ​ແທດ​ຈິງ​ໃນ​ບັນຫາ​ແບ່ງກຳນົດ ​ແລະ ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​ຢູ່​​ເຂດອ່າວ​ພາກ​ເໜືອ“.

   ບົນ​ຈິດ​ໃຈ​ດັ່ງ​ກ່າວ, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ແລະ ທ່ານ​ນາຍົກລັດຖະມົນຕີຫຼີ​ເຄີ​ຊຽງ ຕົກລົງ​ສ້າງຕັ້ງກຸ່ມ​ປະຕິບັດ​ງານປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​ບົນ​ທະ​ເລ ​ໃນ​ຂອບ​ເຂດ​ຄະນະ​ຜູ້​ແທນ​ເຈລະຈາຂັ້ນ ລັດຖະບານກ່ຽວ​ກັບ​ເຂດ​ດິນ​ແດນ ຫວຽດນາມ-​ຈີນ. ສອງ​ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະສັນ​ຄວບ​ຄຸມ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ບົນ​ທະ​ເລ​ເປັນ​ຢ່າງ​ດີ, ນຳ​ໃຊ້​​ໂທລະສັບ​ສາຍ​ດ່ວນ​ຄວບ​ຄຸມ​ການ​ພິພາດ​ກັນ​ບົນ​ທະ​ເລ​ລະຫວ່າງ​ ກະຊວງ​ການ​ຕ່າງປະ​ເທດສອງປະ​ເທດ ​ແລະ ໂທລະສັບ​ສາຍ​ດ່ວນກ່ຽວ​ກັບ​ບັນດາ​ເຫດການ​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ​​ໃນການ​ເຄື່ອນ​ໄຫວ​ອາຊີບ​ຫາ​ປາ​ບົນ​ທະ​ເລ​ລະຫວ່າງ​​ກະ​ຊວງ​ກະສິກຳ​ສອງ​ປະ​ເທດ, ​ແກ້​ໄຂບັນດາ​ບັນຫາ​ເກີດ​ຂຶ້ນຢ່າງ​ທັນ​ການ ​ແລະ ​ເໝາະ​ສົມ, ພ້ອມ​ທັງ​ສືບ​ຕໍ່ຕັ້ງໜ້າ​ແລກປ່ຽນ ​ແລະ ຊອກ​ຫາ​ບັນດາ​ມາດ​ຕະການ​ທີ່​ມີ​ປະສິດທິ​ຜົນ​ເພື່ອ​ຄວບ​ຄຸມ​ການ​ພິພາດ​ກັນ, ຮັກສາ​ການ​ພົວພັນ ຫວຽດນາມ-​ຈີນ ​ແລະ ສັນຕິພາບ, ສະຖຽນ​ລະ​ພາບ​ບົນ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ