ຊຸກຍູ້ການສົ່ງອອກ ແລະ ຮັບປະກັນແຫຼງສະໜອງຜະລິດຕະພັນກະເສດໄລຍະທ້າຍປີ

ພາບປະກອບ
|
(vovworld) – ຍູ້ແຮງການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ, ບໍ່ປະໃຫ້ເກີດສະພາບຂາດແຄນສິນຄ້າ ແລະ ລາຄາຜະລິດຕະພັນກະເສດເພີ່ມຂຶ້ນສູງໃນໄລຍະທ້າຍປີ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ເຈີ່ນແທ່ງນາມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໃນກອງປະຊຸມຄະນະຊີ້ນຳຕະຫຼາດກະສິກຳ ແລະ ບັນດາສະຫະສະມາຄົມຂະແໜງສິນຄ້າທີ່ດຳເນີນໃນວັນທີ 22/11, ຢູ່ຮ່າໂນ້ຍ. ບົດລາຍງານຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ສະແດງໃຫ້ເຫັນວ່າວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ເດືອນ 10 ບັນລຸກ່ວາ 2,7 ຕື້ USD, ຍົກຍອດມູນຄ່າການສົ່ງອອກໃນ 10 ເດືອນຜ່ານມາຂຶ້ນເກືອບ 26,5 ຕື້ USD, ເພີ່ມຂຶ້ນ 6,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2015. ທ່ານ ເຈີ່ນແທ່ງນາມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຮຽກຮ້ອງໃຫ້ບັນດາຫົວໜ່ວຍຂຶ້ນກັບກະຊວງຮັບເອົາບັນດາຄຳເຫັນຂໍ້ຕິດຂັດຂອງບັນດາວິສາຫະກິດກ່ຽວກັບຕະຫຼາດສົ່ງອອກ, ສົ່ງເສີມການຄ້າ, ພ້ອມທັງເຜີຍແຜ່ບັນດາຂໍ້ກຳນົດ, ຫຼັກການຂອງຕະຫຼາດແຕ່ລະແຫ່ງສຳລັບສິນຄ້າແຕ່ລະປະເພດເພື່ອໃຫ້ບັນດາວິສາຫະກິດເປັນເຈົ້າການໃນການສົ່ງອອກ, ຮັບປະກັບແຫຼ່ງສະໜອງໃນຊຸມເດືອນທ້າຍປີ ແລະ ໂອກາດບຸນປີໃໝ່ປະຈຳຊາດ.