ຊຸກຍູ້ການຮ່ວມມືດ້ານການ ປ້ອງກັນຊາດລະຫວ່າງ ຫວຽດນາມ-ສ.ເຊັກ
(ພາບປະກອບ: Trọng Đức/TTXVN)
(vovworld) –ໂດຍໄດ້ຮັບຄຳເຊີນຂອງທ່ານພົນໂທໂດ້ບາຕິ, ຫົວໜ້າເສນາທິການໃຫ່ຍກອງທັບ ປຊຊ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຄະນະຜູ້ແທນການທະຫານຂັ້ນສູງ ສ.ເຊັກ ໂດຍທ່ານພົນເອກ Petr Pavel ຫົວໜ້າເສນາທິການໃຫ່ຍນຳໜ້າໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ພິທີຕ້ອນຮັບ ແລະ ເຈະລາຈາໄດ້ດຳເນີນໄປໃນຕອນເຊົ້າໃນວັນທີ 15/8 ຢູ່ຮ່າໂນ້ຍ.
ທ່ານພົນໂທໂດ້ບາຕິ ແລະ ທ່ານພົນເອກ Petr Pavel ພ້ອມກັນປຶກສາຫາລືບັນດາເນື້ອໃນ, ມາດຕະການເພື່ອແນຊຸກຍູ້ການພົວພັນດ້ານການປ້ອງກັນຊາດສອງຝ່າຍໃນໄລຍະຈະມາເຖິງ, ໃນນັ້ນສຸມໃສ່ບາງຂົງເຂດຄື: ແລກປ່ຽນຄະນະຜູ້ແທນກະຊວງປ້ອງກັນປະເທດຂັ້ນສູງ, ການຮ່ວມມືດ້ານການບຳລຸງສ້າງ, ອຸດສາຫະກຳປ້ອງກັນຊາດ, ຄົ້ນຄ້ວາວິທະຍາສາດ, ເຕັກນິກການທະຫານ…ບົນພື້ນຖານບັນດາເນື້ອໃນໄດ້ແລກປ່ຽນ ແລະ ເຫັນດີເປັນເອກະສັນນຳກັນ, ບັນດາອົງການມີໜ້າທີ່ຮັບຜິດຊອບສອງກະຊວງປ້ອງກັນປະເທດຈະສ້າງ ແລະ ເຊັນໂຄງການດຳເນີນງານກ່ຽວກັບການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໂດຍໄວ ເພື່ອແນໃສ່ຜັນຂະຫຍາຍບັນດາເນື້ອໃນໄດ້ເຕື້ອງເຖິງໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການປ້ອງກັນຊາດລະຫວ່າງສອງກະຊວງປ້ອງກັນປະເທດຢ່າງມີປະສິດທິຜົນ./.