ຊຸກຍູ້ການຮ່ວມມືປ້ອງກັນປະເທດຫວຽດນາມ-ສິງກະໂປນັບມື້ນັບແທດຈິງ,ມີປະສິດທິຜົນ
ທ່ານພົນເອກ ໂງຊວນລີກ ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ
(ພາບ: Vietnam+)
|
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານ Ng Eng Hen, ລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ, ທ່ານ ພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ນຳໜ້າຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໄປຢ້ຽມຢາມ ສ. ສິງກະໂປ ຢ່າງເປັນທາງການແຕ່ວັນທີ 23 – 25/10. ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 24/10, ທີ່ສຳນັກງານນາຍົກລັດຖະມົນຕີ, ພົນເອກ ໂງຊວນລີກ ແລະ ຄະນະຜູ້ແທນການທະຫານຂັ້ນສູງໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຫວັງວ່າ ກະຊວງປ້ອງກັນປະເທດ 2 ປະເທດຕ້ອງເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຄົ້ນຄ້ວາຍົກອອກເນື້ອໃນໃໝ່ໃຫ້ເໝາະສົມ ເພື່ອແນໃສ່ນຳການພົວພັນຮ່ວມມືປ້ອງກັນປະເທດ 2 ປະເທດກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນຢ່າງແທດຈິງ.
ສ່ວນທ່ານ ພົນເອກ ໂງຊວນລີກ ຢັ້ງຢືນວ່າ: ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດແຖວໜ້າໃນການປັບປຸງ, ພັດທະນາການພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງ ຫວຽດນາມ - ສິງກະໂປ.
ກ່ອນໜ້ານັ້ນ, ທີ່ສຳນັກງານກະຊວງປ້ອງກັນປະເທດ ສິງກະໂປ, ທ່ານລັດຖະມົນຕີ ໂງຊວນລີກ ມີການເຈລະຈາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Ng Eng Hen. ທີ່ການເຈລະຈາ, ລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ມອບໝາຍໃຫ້ບັນດາອົງການກ່ຽວຂ້ອງຂອງ 2 ຝ່າຍຄົ້ນຄ້ວາ, ຊຸກຍູ້ບັນດາເນື້ອໃນຮ່ວມມືຢ່າງແທດຈິງ, ໃນນັ້ນສຸມໃສ່ການແລກປ່ຽນຄະນະ, ແລກປ່ຽນນາຍທະຫານໜຸ່ມກໍ່ຄືແລກປ່ຽນຂໍ້ມູນຂ່າວສານ ແລະ ແບ່ງປັນບົດຮຽນ, ຮັກສາ ແລະ ຍົກສູງປະສິດທິຜົນບັນດາກົນໄກເຈລະຈາ, ພິເສດແມ່ນການເຈລະຈານະໂຍບາຍປ້ອງກັນປະເທດຂັ້ນຮອງລັດຖະມົນຕີ. 2 ຝ່າຍຈະເພີ່ມທະວີການຮ່ວມມືໃນຂົງເຂດບຳລຸງສ້າງ, ພິເສດແມ່ນບຳລຸງສ້າງກ່ຽວກັບດ້ານພາສາ, ຮ່ວມມືເສນາຮັກ, ຄວາມໝັ້ນຄົງທາງເຄືອຂ່າຍ ອີນເຕີເນັດ.