ຊີຣີສະເໜີ ສປຊ ສະກັດກັ້ນທຸກການກະທຳທີ່ກໍ່ຄວາມເຄັ່ງຕຶງຢູ່ປະເທດນີ້

ຊີຣີສະເໜີ ສປຊ  ສະກັດກັ້ນທຸກການກະທຳທີ່ກໍ່ຄວາມເຄັ່ງຕຶງຢູ່ປະເທດນີ້ - ảnh 1
ທ່ານ ​Bashar Ja afari ເອກ​ອັກຄະ​ລັດ​ຖະທູດ​ຊີ​ຣີ ປະຈຳ ສປຊ
(ພາບ: dantri.com.vn)

(vovworld) –  ວັນ​ທີ 2/9, ສຳນັກ​ຂ່າວສານ SANA ​ໄດ້​ສະ​ເໜີ​ໃຫ້ ສປຊ ສະກັດ​ກັ້ນ​ທຸກ​ການ​ກະທຳ​​ທີ່​ກໍ່​ຄວາມ​​ເຄັ່ງ​ຕຶງ​ຢູ່​ປະ​ເທດ​ນີ້. ​ໃນ​ຈົດໝາຍ​ສະບັບ​ໜຶ່ງ​ທີ່​ຝາກ​ເຖິງ​ທ່ານ Ban Ki moon ​ເລຂາທິການ​ໃຫຍ່ ສປຊ ​ແລະ ປະທານ​ສະພາ​ຄວາມ​ໝັ້ນຄົງ ສປຊ ທ່ານ​ນາງ Maria Cristina Perceva.  ທ່ານ​ Bashar Ja afari ເອກ​ອັກຄະ​ລັດ​ຖະທູດ​ຊີ​ຣີ ປະຈຳ ສປຊ​ ໄດ້​ຮຽກຮ້ອງຄື​ດັ່ງກ່າວ ​ແລະ ຊຸກຍູ້​ບັນດາ​ມາດ​ຕະການ​ການ​ເມືອງ​ໃຫ້​ແກ່​ວິ​ກິດ​ການ​ຢູ່​ປະ​ເທດ​ນີ້. ທ່ານ​ກໍ່​ໄດ້​ຊຸກຍູ້​ ສະພາ​ຄວາມ​ໝັ້ນຄົງ ສປຊ ຮັບປະກັນ​ຄວາມ​ປອດ​ໄພ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ການ​ນຳ​ໃຊ້​ກຳລັງ​ອາວຸດ​ຢ່າງ​ໄຮ້​ເຫດ​ຜົນ, ບໍ່​ຖືກຕ້ອງ​ກັບ​ກົດໝາຍ​ສາກົນ. ​ໃນ​ຈົດໝາຍ​ສະບັບ​ດັ່ງກ່າວ, ທ່ານ Bashar Ja afari ​ເອກ​ອັກຄະ​ລັດ​ຖະທູດ​ຊີ​ຣີ ​ປະຈຳ ສປຊ​ ກໍ່​ໄດ້​ຢັ້ງຢືນ​ວ່າ Damascus ບໍ່​ນຳ​ໃຊ້​ອາວຸດ​ເຄມີ​ຢ່າງ​ເດັດຂາດ, ພ້ອມ​ທັງ​ຖື​ວ່າ ວໍ​ຊິງ​ຕັນ ​ຄວນ​ສວມ​ບົດບາດ​ເປັນ​ນັກ​ອຸປະຖຳ​ເພື່ອ​ສັນຕິພາບ ​ແລະ ​ແມ່ນ​ຄູ່​ຮ່ວມ​ມື​ຂອງ​ລັດ​ເຊຍ ​ໃນ​ການ​ກະກຽມ​ກອງ​ປະຊຸມ​ສາກ​ົນກ່ຽວ​ກັບ​ຊີ​ຣີ ຫາກ​ບໍ່​ແມ່ນ​ປະ​ເທດ​ນຳ​ໃຊ້​ກຳລັງ​ອາວຸດ ຕ້ານ​ຄືນ​ບັນດາ​ປະ​ເທດ​ທີ່ຄັດຄ້ານ​ນະ​ໂຍບາຍ​ຂອງ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ