ຊາວປາກິດສຖານ 11 ຄົນເສຍຊີວິດ ໃນເຫດບຸກໂຈມຕີທາງອາກາດຂອງ ອາເມລິກາ

ຊາວປາກິດສຖານ 11 ຄົນເສຍຊີວິດ ໃນເຫດບຸກໂຈມຕີທາງອາກາດຂອງ ອາເມລິກາ - ảnh 1
( ພາບປະກອບ )

( vovworld ) -    ວັນ​ທີ 24/7, ​ໂທລະພາບປາ​ກິດສຖານ ​ໄດ້​ໃຫ້​ຂ່າວ​ວ່າ, ຢ່າງ​ໜ້ອຍ​ສຸດມີ 11 ຄົນ​ເ​ສຍຊີວິດ ​ແລະ 10 ຄົນ​ຖືກ​ບາດ​ເຈັ​ບ​ໃນ​​ເຫດ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຫຼ້າ​ສຸດ​ຂອງກອງທັບ​ອາ​ເມ​ລິ​ກາ ​ເຂົ້າ​ໃນ​ເຂດ​ຊົນ​ເຜົ່າ​ທາງທິດ​ເໜືອ Waziristan ຂອງ​ປາ​ກິດສຖານ ​ເມື່ອຕອນຄໍ່າ​ ວັນ​ທີ 23/7. ​ເຮືອ​ບິ່ນສູ້​ຮົບຂອງ​ອາ​ເມ​ລິ​ກາ ​ໄດ້​ຍິງລູກ​ສອນ​ໄຟ 8 ລູກ​​ໃສ່ເຮືອນຫຼັງ​ໜຶ່ງ​ທີ່​ສົງ​ໄສ​ວ່າ​ມີ​ບັນດາ​ມື​ປືນພວມຊ້ອນ​ຕົວຢູ່​ເຂດ​ໃກ້ກັບ​ຊາຍ​ແດນ​ອາບ​ກາ​ນິດ​ສຖານ. ຊື່​ຂອງ​ຜູ້​ຖືກ​ເຄາະ​ຮ້າຍຍັງ​ບໍ່​ທັນ​ໄດ້​ຮັບ​ການປະກາດ. ​ເຫດການ​ບຸກ​ໂຈມ​ຕີ​ເກີດ​ຂຶ້ນ​ໃນ​ສະພາບ​ທີ່​ເກີດກະ​ແສ​ຟອງຄັດຄ້ານ​ການ​ເປີດ​ເສັ້ນ​ທາງ​ຂົນ​ສົ່ງ​ຂອງ NATO ​ໂດຍ​ອາ​ມາ​ລິ​ກາ ນ​ຳໜ້າ ​​ເຊິ່ງໄປ​ຜ່ານ​ປາ​ກິດສ​ຖານ ​ເຂົ້າ​ອາບ​ກາ​ນິດ​ສຖານ, ​ທີ່​ພວມ​ເກີດຂຶ້ນ​ຢ່າງ​ແຮງ.

ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ບັນດາ​ແຫຼ່ງຂ່າວ​ປ້ອງ​ກັນ​ຄວາມ​ສະຫງົບ​ປາ​ກິດສຖານ, ມີ 207 ຄົນ​ເສຍ​ຊີວິດ​ໃນ​ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກອງທັບອາ​ເມ​ລິ​ກາ ​ເຂົ້າ​ເຂດ​ຊົນ​ເຜົ່າ​ຂອງ​ປະ​ເທດ​ນີ້ ນັບ​ແຕ່​ຕົ້ນ​ປີມາ​ຮອດ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ