ຍົກສູງປະສິດທິຜົນວຽກງານໂຄສະນາໃນພໍ່ແມ່ປະຊາຊົນຊົນເຜົ່າ,ສາສະໜາເຂດຕາເວັນຕົກພາກໃຕ້

ຍົກສູງປະສິດທິຜົນວຽກງານໂຄສະນາໃນພໍ່ແມ່ປະຊາຊົນຊົນເຜົ່າ,ສາສະໜາເຂດຕາເວັນຕົກພາກໃຕ້ - ảnh 1
ກອງ​ປະ​ຊຸມ​ຂອງຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​
(ພາບ: Ngọc Thiện /ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ)

(vovworld) – ​ວັ​ນ​ທີ 2/11, ຢູ່​ນະ​ຄອນ ເກີນ​ເທີ, ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ ແລະ ຝຶກ​ອົບ​ຮົມ​ວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່​ໃນ​ພໍ່​ແມ​່​ໃນປະ​ຊາ​ຊົນ​ຊົນ​ເຜົ່າ, ສາ​ສະ​ໜາ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ປີ 2016. ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ​ຄະ​ນະ​, ຂະ​ແໜງ​ການ 13 ແຂວງ, ນະ​ຄອນ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​​ໄດ້ເຂົ້າ​ຮ່ວມກອງ​ປະ​ຊຸມ. ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ໝາກ​ຜົນ​ການ​ໂຄ​ສະ​ນາ​ປີ 2015, ຜັນ​ຂະ​ຫຍາຍ​ແຜນ​ການ​ໂຄ​ສະ​ນາ​ໃນ​ປີ 2016, ຝຶກ​ອົບ​ຮົມ​ແຜນ​ຮ່າງ​ໂຄ​ສະ​ນາ​ໃນ​ປະ​ຊາ​ຊົນ​ຊົນ​ເຜົ່າ, ສາ​ສະ​ໜາເຂດ​ຕາ​ເວັ​ນ​ຕົກ​ໄລ​ຍະ 2016 – 2020. ກໍ່​ທີ່ກອງ​ປະ​ຊຸມ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັ​ນ​ຕົກ​ພາກ​ໃຕ້​ຜັນ​ຂະ​ຫຍາຍ​ແຜນ​ການ​ວຽກ​ງານ​ສົ​ມ​ທົບ​ກັນ​ປະ​ຕິ​ບັດ​ໜ້າ​ທີ່​ໂຄ​ສະ​ນາ​ເຜີຍ​ແຜ່​ໃນ​ພໍ່​ແມ່​ປະ​ຊາ​ຊົນ​ຊົນ​ເຜົ່າ, ສາ​ສະ​ໜາ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ໄລ​ຍະ 2016 – 2021.


ຂ່າວ/ບົດ​ອື່ນ