ຍັງບໍ່ທັນນຳກຳມະກອນ 41 ຄົນທີ່ຕິດຄ້າງໃນເຫດອຸມົງພັງຖະຫຼົ່ມຢູ່ ອິນເດຍ

(VOVWORLD) - ເຖິງວ່າບັນດາກຳລັງກູ້ໄພກູ້ຊີບໄດ້ມານະພະຍາຍາມ ແຕ່ພາຍຫຼັງ 2 ອາທິດ, ກຳລັງດັ່ງກ່າວກໍຍັງບໍ່ທັນນຳກຳມະກອນ 41 ຄົນທີ່ຕິດຄ້າງໃນເຫດອຸມົງທາງດ່ວນພັງຖະຫຼົ່ມຢູ່ລັດ Uttarakhand ຂອງ ອິນເດຍ.
ຍັງບໍ່ທັນນຳກຳມະກອນ 41 ຄົນທີ່ຕິດຄ້າງໃນເຫດອຸມົງພັງຖະຫຼົ່ມຢູ່ ອິນເດຍ - ảnh 1ການເຄື່ອນໄຫວກູ້ໄພກູ້ຊີບຢູ່ອຸມົງ (ພາບ: AFP/TTXVN)

 ວັນທີ 25 ພະຈິກ, ກຳລັງກູ້ໄພກູ້ຊີບໄດ້ຈັດສົ່ງຈັກຂຸດດິນຄັນໃໝ່, ພາຍຫຼັງບັນດາຄວາມມານະພະຍາຍາມເປີດທາງໃໝ່ປະສົບກັບສິ່ງກີດຂວາງ ໃນຂະນະທີ່ຍັງຫ່າງຈາກບ່ອນກຳມະກອນຕິດຄ້າງປະມານ 2 – 3 ແມັດ.
ອຸມົງຖືກພັງຖະຫຼົ່ມໃນວັນທີ 12 ພະຈິກ, ບັນດາຄວາມມານະພະຍາຍາມກູ້ໄພກູ້ຊີບໄດ້ດຳເນີນຢ່າງຊັກຊ້າ, ສັບສົນ ຍ້ອນຫີນດິນ ສືບຕໍ່ຖະຫຼົ່ມລົງ, ບັນດາເຄື່ອງເຈາະປະເພດໜັກກໍຖືກເປເພ. ກໍາມະກອນ 41 ຄົນດັ່ງກ່າວ ຍັງມີຊີວິດຢູ່. 

ຕອບກັບ

ຂ່າວ/ບົດ​ອື່ນ