ຍີ່ປຸ່ນຊ່ວຍຫວຽດນາມຕ້ານນ້ຳຖ້ວມ

ຍີ່ປຸ່ນຊ່ວຍຫວຽດນາມຕ້ານນ້ຳຖ້ວມ - ảnh 1
(ຍີ່​ປຸ່ນ ຈ​ະ​ຊ່ວຍ​ຫວຽດ​ນາມ ຕ້ານ​ນ້ຳ​ຖ້ວ​ມ)

(vovworld) - ​ອົງ​ການ​ຮ່ວມ​ມື​ສາ​ກົນ​ຍີ່​ປຸ່ນ (JICA) ໃຫ້​ຮ​ູ້​ວ່າ, ຍີ່​ປຸ່ນ ຈ​ະ​ຊ່ວຍ​ຫວຽດ​ນາມ ຕ້ານ​ນ້ຳ​ຖ້ວ​ມ ຫາກບໍ່​ຕ້ອງ​ຈ່າຍ​ເງິນລົງ​ທຶນ. ໂຄງ​ການ​ຕ້ານ​ນ້ຳ​ຖ້ວມນີ້​ປະ​ຕິ​ບັດ​ຜ່ານ​ຮູບ​ການສ້າງ​ຕັ້ງ​ບັນ​ດາ​ວິ​ສາ​ຫະ​ກິດ​ຮ່ວມ​ສຳ​ພັນ​ຍີ່​ປຸ່ນ - ຫວຽດ​ນາມ (SPC) ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາກິດ​ຈະ​ກຳ​ ແລະ ຈະ​ເລີ່ມ​ປະ​ຕິ​ບັດ​ຢູ່​ນະ​ຄອ​ນ​ໂຮ່​ຈິ​ມິນ ໃນ​ປີ 2017 ດ້ວຍຍອດ​ເງິນ​ລົງ​ທຶນ​ປະ​ມານ 221 ລ້ານ USD. ນອກ​ຈາກໜູນ​ຊ່ວຍ​ໂຄງ​ການ​ໃຫ້​ກູ້ຍືມ​ທຶນ​ດ້ວຍດອກ​ເບ້ຍ​ຕ່ຳ​ແລ້ວ, JICA ຍັງ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ໂຄງ​ການ​ຄື​ດັ່ງ​ວິ​ສ​າ​ຫະ​ກິດ​ພາກ​ເອ​ກະ​ຊົນ​ລົງ​ທຶນ​ດ້ານການ​ເງິນ. ໂຄງ​ການ​ຜັນ​ຂະ​ຫຍາຍ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢູ່​ເຂດ​ຊຸມ​ຊົນທີ່​ເຄີຍ​ຖືກ​ນ້ຳ​ຖ​້ວມ​ເປັນ​ປະ​ຈຳ​ຢູ່​ແຄມ​ແມ່​ນ້ຳ ໂຊ​ງ່ອນ, ​ແມ່ນ​ແຫ່ງບໍ່​ມີ​ຄັນ​ຄູ ແລະ ເກືອບ​ຄື​ວ່າບໍ່​ມີ​ລະ​ບົບ​ລະ​ບາຍ​ນ້ຳ.

ຂ່າວ/ບົດ​ອື່ນ