ຍີ່ປຸ່ນຊ່ວຍເຫຼືອລ້າຈຳນວນເງິນ 2,6 ຕື້ເຢັນໃຫ້ແກ່ອົງການພາສີຫວຽດນາມ

ຍີ່ປຸ່ນຊ່ວຍເຫຼືອລ້າຈຳນວນເງິນ 2,6 ຕື້ເຢັນໃຫ້ແກ່ອົງການພາສີຫວຽດນາມ - ảnh 1
ພິທີລົງນາມລະຫວ່າງຫວຽດນາມ ແລະ ຍີ່ປູ່ນ
(ພາບ: petrotimes.vn)

(vovworld) – ວັນ​ທີ 22/3, ຢູ່​ຮ່າ​ໂນ​້ຍ, ທ່ານ ​Vuong Dinh Hue, ລັດຖະມົນຕີ​ກະຊວງ​ການ​ເງິນ​ຫວຽດນາມ​ໄດ້​ລົງ​ນາມ​ໃນ​ສັນຍາ​ຊ່ວຍ​ເຫຼືອ​ລ້າ, ທີ່​ມີ​ມູນ​ຄ່າ​ກ່ວາ 2,6 ຕື​້ເຢັນ​ໃຫ້​ແກ່​ໂຄງການ “ກໍ່ສ້າງ, ຜັນ​ຂະຫຍາຍ​ພາສີ​ເອກ​ລັກ​ໂຕ​ນິກ ​ແລະ ປະຕິບັດ​ກົນ​ໄກ​ພາສີ​ປະຕູ​ດຽວ​ແຫ່ງ​ຊາດ​ຮັບ​ໃຊ້​ໃຫ້​ແກ່​ການ​ຫັນການ​ເກັບ​ພາສ​ີເປັນ​ທັນ​ສະ​ໄໝ”. ກ່າວ​ຄຳ​ເຫັນ​ທີ່​ພິທີ​ລ​ົງນາມ, ທ່ານ​ລັດຖະມົນຕີ ​Vuong Dinh Hue ​ເນັ້ນ​ໜັກ​ວ່າ: ບ້ວງ​​ເງິນ​ຊ່ວຍ​ເຫຼືອ​ລ້າ​ຂອງ​ລັດຖະບານ​ຍີ່ປຸ່ນ​ທີ່ສະຫງວນ​ໃຫ້​ແກ່​ໂຄງການ​ນີ້​ແມ່ນ​ສຳຄັນ​ທີ່​ສຸດ, ຊ່ວຍ​ໃຫ້​ອົງການ​ພາສີ​ຫວຽດນາມ​ຍູ້​ໄວ​ວິວັດ​ທະ​ນາ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຕາມ​ມາດຕະຖານ​ສາກົນ​ທີ່​ກ້າວໜ້າ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ​ໂຄງການຈະ​ຫັນ​ບັນດາ​ຄາດໝາຍ​ວາງ​ອອກ​ໃນ​ຍຸດ​ທະ​ສາດ​ພັດທະນາ​ອົງການ​ພາສີ​ໄລຍະ 2011 – 2020 ​ປະກົດ​ຜົນເປັນ​ຈິງ ກໍ​ຄື​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຜັນ​ຂະຫຍາຍ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ລັດຖະບານ​ຫວຽດນາມ ກ່ຽວ​ກັບ​ການ​ປະຕິບັດ​ກົນ​ໄກພາສີ​ປະຕູ​ດຽວ​ແຫ່ງ​ຊາດ ​ແລະ ​ເຂົ້າ​ຮ່ວມ​ກົນ​ໄກ​ປະຕູ​ດຽວ​ອາ​ຊຽນ. ຕາມ​ແຜນການ​ແລ້ວ, ​ໂຄງການ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຫຍາ​ຍ​ໃນ​ຮອບ​ເວລາ 35 ​ເດືອນ ​ແລະ ຄາດ​ວ່າ​ຈະ​ປະຕິບັດ​ສຳ​ເລັດ ​ແລະ ​ມອບ​ໂອນ​ໃຫ້​ຫວຽດນາມ​ໃນ​ປີ 2014.

ຕອບກັບ

ຂ່າວ/ບົດ​ອື່ນ