ຍີ່ປຸ່ນອາໄລຫາ71ປີແຫ່ງວັນວິນາດສະກຳລູກລະເບີດປະລະມານູ

ຍີ່ປຸ່ນອາໄລຫາ71ປີແຫ່ງວັນວິນາດສະກຳລູກລະເບີດປະລະມານູ - ảnh 1
ເຈົ້າຄອງນະຄອນ Hiroshima ສົ່ງບັນຊີລາຍຊື່ຜູ້ປະສົບເຄາະຮ້າຍຈາກລູກລະເບີດປະລະມານູສະບັບໃໝ່ໃຫ້ແກ່ຜູ້ປະສົວເຄາະຮ້າຍຜູ້ໜຶ່ງ
(ພາບ:AFP)

(vovworld) - ວັນ​ທີ 6/8, ຢູ່​ສວນ​ສາ​ທາ​ລະ​ນະ​ອາ​ໄລ​ຫາ​ສັນ​ຕິ​ພາບ, ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ Hiroshima, ປະ​ເທດ ຍີ່​ປຸ່ນ, ໄດ້​ຈັດ​ຕັ້ງ​ພິ​ທີ​ອາ​ໄລ​ຫາ 71 ປີ​ແຫ່ງວັນ ອາ​ເມ​ລິ​ກາ ຖິ້​ມ​ລະ​ເບີດ​ປະ​ລະ​ມາ​ນູ​ລົງ​ນະ​ຄອນ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ຂອງ 91 ປະ​ເທດ​ໃນ​ໂລກ, ໃນ​ນັ້ນ​ມີ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ດ້ານ​ນິວ​ເຄຼຍ​ຄື: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ ແລະ ລັດ​ເຊຍ ກໍ່​ຄື​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ). ທີ່​ພິ​ທີ​ອາ​ໄລ​ຫາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ກໍ່​ຮຽກ​ຮ້ອງ​ລຸ້ນ​ໜຸ່ມ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ເພື່ອ​ຮູ້​ສຶກ​ໄດ້​ຄວາມ​ເຈັບ​ປວດ​ທີ່​ລູກລະ​ເບີດ​ປະ​ລະ​ມາ​ນູ​ກໍ່​ຂຶ້ນ. ການ​ນຳ ຍີ່​ປຸ່ນ ໄດ້​ຢຳ​້​ຄືນ​ບົດ​ບາດ​ຂອງ​ປະ​ເທດນີ້​ໃນ​ການ​ຕ້ານ​ການ​ແຜ່​ຂະ​ຫຍາຍ​ນິວ​ເຄຼຍ​ດ້ວຍ​ຖາ​ນະ​ເປັນ​ປະ​ເທດ​ໜຶ່ງ​ດຽວ​ໃນ​ໂລກ​ຖືກ​ຜົນ​ສະ​ທ້ອນ​ຈາ​ຫບັນ​ດາ​ການ​ບຸກ​ໂຈມ​ຕີ​ນິວ​ເຄຼຍ. ທ່ານ Abe ຢັ້ງ​ຢືນ​ວ່າ: ຍີ່​ປຸ່ນ ຮັກ​ສາຫຼັກ​ໝັ້ນ 3 ບໍ່​ນັ້​ນ​ແມ່ນ: ບໍ່​ຜະ​ລິດ, ບໍ່​ກ​ຳ​ມະ​ສິດ ແລະ ບໍ່​ອາ​ນຸຍາດ​ໃຫ້​ມີ​ອາ​ວຸດ​ນິວ​ເຄຼຍ​ໃນ​ເຂດ​ດິນ​ແດນ, ພ້ອມ​ທັງ​ເນັ້ນ​ໜັກ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ ແລະ ຊຸກ​ຍູ້​ສົນ​ທິ​ສັນ​ຍາ​ຕ້ານ​ການ​ແຜ່​ຂະ​ຫຍາຍ​ນິວ​ເຄຼຍ, ຕາມນັ້ນ​ແລ້ວ​ບັງ​ຄັບ​ບັນ​ດາ​ປະ​ເທດ​ເຊັນ​ສັນ​ຍາບໍ່​ເດ​ີນ​ຕາມ​ບັນ​ດາ​ໂຄງ​ການ​ນິວ​ເຄຼຍ.


ຂ່າວ/ບົດ​ອື່ນ