ຍີ່ປຸ່ນໜູນຊ່ວຍຫວຽດນາມ ແກ້ໄຂໄພທຳມະຊາດຈຳນວນເງິນ 600 ລ້ານເຢັນ

ຍີ່ປຸ່ນໜູນຊ່ວຍຫວຽດນາມ ແກ້ໄຂໄພທຳມະຊາດຈຳນວນເງິນ 600 ລ້ານເຢັນ  - ảnh 1
ພິທີ​ລົງ​ນາມ​ຈົດໝາຍ​ທາງ​ການ​​ໜູນ​ຊ່ວຍ ລະຫວ່າງຫວຽດນາມ - ຍີ່ປຸ່ນ
(ພາບ: tintuc.vnn.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 21/3, ຢູ່​ຮ່າ​ໂນ​້ຍ, ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ຈົດໝາຍ​ທາງ​ການ​​ໜູນ​ຊ່ວຍ “​ໂຄງການ​ຟື້ນ​ຟູ ​ແລະ ປ້ອ​ງກັນ, ສະ​ກັດ​ກັ້ນ​ຜົນ​ຮ້າຍ​ຈາກ​ພາຍຸ, ນ້ຳ​ຖ້ວມ” ລະຫວ່າງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ  Cao Duc Phat ​ແລະ ​ເອກ​ອັກ​ຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ຍີ່ປຸ່ນ​ປະຈຳ​ຫວຽດນາມ Tanizaki Yasuaki. ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​ລ້າ​ຂອງ​ລັດຖະບານ ຍີ່​ປຸ່ນ, ຜ່ານ​ໂຄງການ​ນີ້, ຍີ່ປຸ່ນ​ຈະ​ຊ່ວຍ​ເຫຼືອ​ຫວຽດນາມດ້ວຍ​ຈຳນວນ​ເງິນ 600 ລ້ານ​ເຢັນ (​ເທົ່າ​ກັບ 7,2 ລ້ານ USD) ​ເພື່ອ​ກໍ່ສ້າງ​​ບັນດາ​ພື້ນຖານ​ໂຄງ​ລ່າງ​ທີ່​ຖືກ​ເສຍ​ຫາຍ​ຈາກ​ພາຍຸ, ນ້ຳ​ຖ້ວ​ມ​ໃນ​ປີ 2011 ຢູ່​ເຂດ​ລຸ່ມ​ແມ່​ນ້ຳຂອງ ຄືນ​ໃໝ່.

ຂ່າວ/ບົດ​ອື່ນ