ຍີ່​ປຸ່ນ ແລະ ອາ​ເມ​ລິ​ກາ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ມະ​ຫາ​ສະ​ໝຸດ ອິນ​ເດຍ - ປາ​ຊີ​ຟິກ

(VOVWORLD) -   ວົງການເຈົ້າໜ້າທີ່ ຍີ່ປຸ່ນ ແລະ ອາເມລິກາ ໄດ້ຢັ້ງຢືນຄືນຄວາມສຳຄັນຂອງສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ, ພ້ອມທັງຄັດຄ້ານຢ່າງຮ້າຍແຮງບັນດາຄວາມມານະພະຍາຍາມພຽງລຳພັງຝ່າຍດຽວຂອງ ຈີນ ທີ່ແນໃສ່ປ່ຽນແປງສະພາບຕົວຈິງໃນປັດຈຸບັນ, ລວມທັງຢູ່ເຂດທະເລຮວາຕູງ.
ຍີ່​ປຸ່ນ ແລະ ອາ​ເມ​ລິ​ກາ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ​ມະ​ຫາ​ສະ​ໝຸດ ອິນ​ເດຍ - ປາ​ຊີ​ຟິກ - ảnh 1ທ່ານພົນເຮືອເອກ John Aquilino (ພາບ:  AFP/TTXVN)

 ນີ້ແມ່ນຄຳຖະແຫຼງທີ່ໄດ້ຍົກອອກມາໃນໂອກາດ ທ່ານພົນເຮືອເອກ John Aquilino, ຜູ້ບັນຊາການຄົນໃໝ່ກອງບັນຊາການກຳລັງ ມະຫາສະໝຸດ ອິນເດຍ - ປາຊີຟິກ ຂອງ ອາເມລິກາ ເຂົ້າຢ້ຽມຂ່ຳນັບ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໃນວັນທີ 01 ມິຖຸນາ.

        ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ຢັ້ງຢືນວ່າ ຍີ່ປຸ່ນ ຈະໃຫ້ການສົມທົບຢ່າງຕັ້ງໜ້າເພື່ອເພີ່ມທະວີສາຍສໍາພັນທະມິດ ລະຫວ່າງ ຍີ່ປຸ່ນ - ອາເມລິກາ ແລະ ສ້າງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ ໃຫ້ປະກົດຜົນເປັນຈິງ.

        ສ່ວນທ່ານພົນເຮືອເອກ John Aquilino ເນັ້ນໜັ້ກວ່າ ສາຍສຳພັນທະມິດ ຍີ່ປຸ່ນ - ອາເມລິກາ ທີ່ຍື່ນຍົງ ແມ່ນພື້ນຖານຂອງສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.

ນອກຈາກບັນຫາພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ ແລ້ວ, ສອງຝ່າຍກໍໄດ້ແລກປ່ຽນກ່ຽວກັບສະພາບການທີ່ກ່ຽວຂ້ອງເຖິງ ສປປ.ເກົາຫຼີ ແລະ ຢືນຢັນວ່າ ສອງຝ່າຍຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ໃນບັນຫານີ້. 

ຕອບກັບ

ຂ່າວ/ບົດ​ອື່ນ