
ທ່ານ ຫງວຽນທ້ຽນເຍີນ, ຮອງນາຍົກລັດຖະມົນຕີ,ເຮັດວຽກກັບ
ສະມາຄົມສາສະຫນາໂປແຕດສະຕັງ
ພາບ: internet
|
(vovworld)- ທ່ານ ຫງວຽນທ້ຽນເຍີນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຢືນຢັນຄືດັ່ງກ່າວເມື່ອລົງຢ້ຽມຢາມ ແລະ ເຮັດວຽກກັບຫົວຫນ້າ ສະມາຄົມສາສະຫນາໂປແຕດສະຕັງຫວຽດນາມ ເຂດພາກເຫນືອ ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ 34 ຂອງສະມາຄົມຊື່ງຈະຈັດຂຶ້ນໃນຕົ້ນເດືອນ 10 ຈະມາເຖິງ. ສະມາຄົມສາສະຫນາໂປແຕດສະຕັງຫວຽດນາມ ເຂດພາກເຫນືອ ແມ່ນອົງການຕາງຫນ້າໃຫ້ແກ່ສາສະນິກະຊົນປະມານ 150.000 ຄົນ ຢູ່ 27 ແຂວງທາງພາກເຫນືອຫວຽດນາມ. ທີ່ການເຮັດວຽກ, ຫລວງພໍ່ ຫງວຽນຫືວມາກ, ຫົວຫນ້າສະມາຄົມສາສະຫນາໂປແຕດສະຕັງຫວຽດນາມຢືນຢັນ: ດ້ວຍບົດບາດແມ່ນສະມາຊິກຂອງແນວໂຮມປະເທດຊາດ, ສະມາຄົມສາສະຫນາໂປແຕດສະຕັງ ຈະສືບຕໍ່ສະຫນັບສະຫນູນບັ້ນຂົນຂວາຍຕ່າງໆໂດຍແນວໂຮມປຸກລະດົມ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຊົມເຊີຍບັນດາການປະກອບສ່ວນຂອງສະມາຄົມສາສະຫນາໂປແຕດສະຕັງຫວຽດນາມ ເຂດພາກເຫນືອໃນຫລາຍປີຜ່ານມາ ພ້ອມທັງຢືນຢັນວ່າ: ຍາມໃດແນວໂຮມປະເທດຊາດ ກໍສະຫນັບສະຫນູນ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຄື່ອນໄຫວຂອງສະມາຄົມ, ປາດຖະຫນາຢາກໃຫ້ບັນດາສາສະນິກະຊົນເຄື່ອນໄຫວທາງສາສະຫນາເປັນປົກກະຕິ.