ຍູ້ແຮງການຮ່ວມມືດ້ານການສຶກສາ,ວິທະຍາສາດ,ເຕັກໂນໂລຊີລະຫວ່າງຫວຽດນາມແລະໂປໂລຍ

(VOVWORLD) -ຕອນເຊົ້າວັນທີ 29 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງວິທະຍາສາດ ແລະ ການສຶກສາ ສ.ໂປໂລຍ Jaroslaw Gowin, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານປະທານາທິບໍດີ ໂປໂລຍ Andrzej Duda.

ຍູ້ແຮງການຮ່ວມມືດ້ານການສຶກສາ,ວິທະຍາສາດ,ເຕັກໂນໂລຊີລະຫວ່າງຫວຽດນາມແລະໂປໂລຍ - ảnh 1(ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມຕ້ອນຮັບ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງວິທະຍາສາດ ແລະ ການສຶກສາ ສ.ໂປໂລຍ)

ທີ່ການຕ້ອນຮັບ, ຮອງນາຍົກລັດຖະມົນຕີ 2 ທ່ານ ໄດ້ຕີລາຄາສູງເລື່ອງກະຊວງວິທະຍາສາດ ແລະ ສຶກສາ ໂປໂລຍ ພ້ອມກັບກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ລົງນາມໃນຂໍ້ຕົກລົງຮ່ວມມືໃໝ່ກ່ຽວກັບການສຶກສາຂັ້ນມະຫາວິທະຍາໄລ, ໃນນັ້ນມີເລື່ອງເພີ່ມຈຳນວນທຶນການສຶກສາ 2 ຝ່າຍທີ່ສະໜອງໃຫ້ກັນຂຶ້ນເປັນ 20 ທຶນໃນແຕ່ລະປີ. ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ, ຮອງນາຍົກລັດຖະມົນຕີ 2 ທ່ານ ໄດ້ເຫັນດີນຳກັນວ່າ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງລະຫວ່າງ 2 ປະເທດ ຄວນປະຕິບັດວຽກງານກະກຽມເພື່ອຈັດກອງປະຊຸມຄັ້ງຕໍ່ໄປຂອງຄະນະກຳມະການປະສົມຫວຽດນາມ - ໂປໂລຍ ກ່ຽວກັບການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີໃນປີ 2018 ໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ