ຍຸ້ແຮງການຮ່ວມມືປ້ອງກັນປະເທດຫວຽດນາມ-Venezuala

ຍຸ້ແຮງການຮ່ວມມືປ້ອງກັນປະເທດຫວຽດນາມ-Venezuala - ảnh 1
ພາບປະກອບ

(vovworld) - ຕອນ​ບ່າຍ​ວັນ​ທີ 22/5, ຢູ່ ຮ່າ​ໂນ້ຍ, ພົນ​ຕີ ຫງວຽນ​ກວກ​ແຄ໋ງ, ຮອງ​ຫົວໜ້າ​ເສນາ​ທິການ​ໃຫຍ່ກອງທັບ​ປະຊາຊົນ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ປ້ອງ​ກັນ​ປະ​ເທດ​ຂັ້ນ​ສູງ Venezuala ​ໂດຍ ພົນ​ຈັດຕະວາ Rohelio Manuen Eredia, ຜູ້ອຳນວຍການ​ສະຖານ​ບັນ​ຄົ້ນ​ຄ້ວາ​ປ້ອງ​ກັນ​ຄວາມ​ສະຫງົບ​ຂັ້ນ​ສູງ Venezuala ​ເປັນ​ຫົວໜ້າ​ຄະນະ​ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ.

        ທີ່​ການ​ຕ້ອນຮັບ, ພົນ​ຕີ ຫງວຽນ​ກວກ​ແຄ໋ງ ​ເນັ້ນ​ໜັກ​ວ່າ: ນັບ​ແຕ່​ເມື່ອ ຫວຽດນາມ ​ແລະ Venezuala ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (​ເດືອນ 12/1989) ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ 2 ປະ​ເທດ​ໄດ້​ພັດທະນາ​ຢ່າງ​ດີງາມ, ​ໃນ​ນັ້ນ ການ​ພົວພັນ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ​ມີ​ບາດກ້າວ​ພັດທະນາ​ໃໝ່​, ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໄດ້​ເປີດ​ຫ້ອງການ​ທູດ​ທະຫານ ຢູ່ Venezuala ​ແມ່ນ​ຂົວ​ເຊື່ອມ​ຕໍ່​ຊຸກຍູ້​ການ​ພົວພັນ​ດ້ານປ້ອງ​ກັນ​ຊາດລະຫວ່າງ 2 ປະ​ເທດ. ພົນ​ຕີ ຫງວຽນ​ກວກ​ແຄ໋ງ ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ຊຸກຍູ້​ການ​ແລກປ່ຽນ​ຄະນະຜູ້​ແທນ​ທຸກ​ຂັ້ນ​ເພື່ອ​ແນ​ໃສ່​ເພີ່​ມທະວີ​ຄວາ​ມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ຊອກ​ຫາ​ບັນດາ​ຄວາມ​ສາມາດ​ຮ່ວມ​ມື​ລະຫວ່າງ​ກອງ​ທັບ​ 2 ປະ​ເທດ. ພົນ​ຈັດຕະວາ Rohelio Manuen Eredia ສະ​ແດງທັດສະນະ​ວ່າ: ປະຊາຊົນ​ ແລະ ກອງທັບ Venezuala ຈະ​ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ປະຊາຊົນ ​ແລະ ກອງທັບ ຫວຽດນາມ ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

 


ຂ່າວ/ບົດ​ອື່ນ