ຍູ້​ແຮງ​ຍຸດ​ທະ​ສາດ​ຕະຫຼ​າດ​ຜະ​ລິດ​ຕະ​ພັນ​ໃຫ້​ແກ່​ວິ​ສາ​ຫະ​ກິດ

(VOVWORLD) - ຕອນເຊົ້າວັນທີ 5 ພະຈິກ, ສະຖາບັນຄົ້ນຄ້ວາຍຸດທະສາດກ່ຽວກັບເຄື່ອງໝາຍການຄ້າ ແລະ ການແກ້ງແຍ້ງ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ຍູ້ແຮງຍຸດທະສາດຕະຫຼາດຜະລິດຕະພັນໃຫ້ແກ່ວິສາຫະກິດ ໃນທົດສະວັດ 2030 - 2030”.
ຍູ້​ແຮງ​ຍຸດ​ທະ​ສາດ​ຕະຫຼ​າດ​ຜະ​ລິດ​ຕະ​ພັນ​ໃຫ້​ແກ່​ວິ​ສາ​ຫະ​ກິດ - ảnh 1ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ຍູ້ແຮງຍຸດທະສາດຕະຫຼາດຜະລິດຕະພັນໃຫ້ແກ່ວິສາຫະກິດ ໃນທົດສະວັດ 2030 - 2030” (ພາບ: doanhnghiephoinhap.vn)

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ໃຫ້ຂໍ້ສັງເກດວ່າ, ໃນຊຸມປີຕໍ່ໜ້າ, ພື້ນຖານເສດຖະກິດ ຫວຽດນາມ ແລະ ທົ່ວໂລກຈະໄດ້ຮັບຜົນກະທົບຈາກທ່າອ່ຽງດ້ານການເມືອງ, ທ່າອ່ຽງປະຊາກອນຢູ່ໃນເກນອາຍຸສູງ, ພວມເພີ່ມຂຶ້ນການປະຕິວັດອຸດສາຫະກຳ 4.0, ທ່າອ່ຽງສ້າງຕັ້ງ ແລະ ເພີ່ມທະວີລັກສະນະເຊື່ອມຕໍ່ພາກພື້ນ…ນອກຈາກນັ້ນ, ບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ມົນລະພິດສິ່ງແວດລ້ອມ ນັບມື້ນນັບເກີດຂຶ້ນຢ່າງຮ້າຍແຮງ. ທ່ານນາງ ຫງວຽນທິມິງຮ່ວຽນ ຮອງຫົວໜ້າກົມການຄ້າເອເລັກໂຕນິກ ແລະ ເສດຖະກິດ ດີຈີຕອນ ຢູ່ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

ຫວຽດນາມແມ່ນ ໜຶ່ງໃນຈຳນວນໜ້ອຍປະເທດອາຊີຕາເວັນອອກສ່ຽງໃຕ້ ທີ່ມີພື້ນຖານໂຄງລ່າງກໍ່ຄືຄວາມສາມາດບົ່ມຊ້ອນໃນການພັດທະນາການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນຢ່າງແຮງ. ລະດັບການເຕີບໂຕຂອງການຄ້າເອເລັກໂຕນິກ ສູງກ່ວາ 25% ແລະ ຄາດຄະເນວ່າ ໃນ 5 ປີຕໍ່ໜ້າຈະສືບຕໍ່ຮັກສາໄດ້ລະດັບການເຕີບໂຕດັ່ງກ່າວ. ບັນດານະໂຍບາຍຮັບປະກັນການຄຸ້ມຄອງ ແລະ ຊຸກຍູ້ການພັດທະນາວິສາຫະກິດ ຈະແມ່ນກຳລັງຫຼັກແຫຼ່ງໃນການພັດທະນາການຄ້າເອເລັກໂຕນິກຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ