ດຶງດູດກຳລັງໄວຫນຸ່ມ, ປະກອບສ່ວນພັດທະນາເສດຖະກິດສັງຄົມຂອງປະເທດຊາດ

(VOVWORLD) -ພາຍຫລັງ 5 ປີປະຕິບັດໂຄງການ, ບັນດາປັນຍາຊົນຫນຸ່ມ ໄດ້ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການສ້າງລະບົບການເມືອງຮາກຖານ.

ດຶງດູດກຳລັງໄວຫນຸ່ມ, ປະກອບສ່ວນພັດທະນາເສດຖະກິດສັງຄົມຂອງປະເທດຊາດ - ảnh 1 ຜູ້ແທນເຂົ້າຮ່ວມກອງປະຊຸມ

ພາບ:tuoitrethudo

ຕອນເຊົ້າວັນທີ 29 ສິງຫາ ຢູ່ຮ່າໂນ້ຍ, ທ່ານເຈືອງຮ່ວາບີງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ເປັນປະທານກອງປະຊຸມສະຫລຸບໂຄງການທົດລອງ ຄັດເລືອກປັນຍາຊົນຫນຸ່ມດີເດັ່ນ 600 ຄົນ, ຈົບມະຫາວິທະຍາໄລ ລົງດຳລົງຕຳແຫນ່ງເປັນຮອງປະທານຄະນະກຳມະການປະຊາຊົນ ຕາແສງ ຂຶ້ນກັບ 64 ເມືອງທຸກຍາກ. ຕາມການຕີລາຄາຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມແລ້ວ, ພາຍຫລັງ 5 ປີປະຕິບັດໂຄງການ, ບັນດາປັນຍາຊົນຫນຸ່ມ ໄດ້ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການສ້າງລະບົບການເມືອງຮາກຖານໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ. ເຂົາເຈົ້າໄດ້ຜັນຂະຫຍາຍ 800 ຮູບແບບ, ໂຄງການພັດທະນາເສດຖະກິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ