(vovworld) - ໃນການເຮັດວຽກກ່ຽວກັບໝາກຜົນ 10 ປີແຫ່ງການປະຕິບັດມະຕິເລກທີ 33 NQ/TW ຂອງກົມການເມືອງຊຸດທີ 9, ກ່ຽວກັບ “ການກໍ່ສ້າງ ແລະ ພັດທະນານະຄອນດ່ານັ້ງ ໃນໄລຍະຫັນປະເທດຊາດ ເປັນປະເທດອຸດສາຫະກຳ ແລະ ທັນສະໄໝ”. ທ່ານເລຂາທິການໃຫຍ່ຄະນບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ເນັ້ນນັກວ່າ ດ່ານັ້ງ ຕ້ອງກາຍເປັນສູນເສດຖະກິດ - ສັງຄົມໃຫຍ່ຂອງເຂດພາກກາງ ທ່ານເລຂາທິການໃຫຍ່ຊີ້ແຈ້ງຄວາມສາມາດບົ່ມຊ້ອນ, ທ່າແຮງຂອງດ່ານັ້ງ ຍັງຫຼາຍຢູ່. ນະຄອນມີຄວາມສະດວກກ່ຽວກັບດ້ານເສດຖະກິດ, ການເມືອງ, ເຂດດິນແດນ, ມະນຸດ, ປະຫວັດສາດ ແຕ່ຍັງມີຫຼາຍດ້ານຍັງບໍ່ທັນໄດ້ຮັບການຂຸດຂົ້ນ, ເສີມຂະຫຍາຍເປັນຢ່າງດີ. ຂອບເຂດເສດຖະກິດຍັງນ້ອຍຢູ່, ການແກ່ງແຍ້ງຍັງຕໍ່າຢູ່. ການລົງທຶນໃຫ້ແກ່ການພັດທະນາໃຫ້ແກ່ການຜະລິດຍັງຊັກຊ້າເມື່ອທຽບໃສ່ກັບການພັດທະນາພື້ນຖານໂຄງລ່າງ... ກົມການເມືອງຮຽກຮ້ອງໃຫ້ນະຄອນດ່ານັ້ງ ຕ້ອງສືບຕໍ່ເຂົ້າໃຈແຈ້ງ, ເລີກເຊິ່ງ, ຄົບຖ້ວນກ່ຽວກັບບົດບາດ, ທີ່ຕັ້ງຂອງດ່ານັ້ງ ໃນເຂດພາກກາງ ແລະ ເຂດໄຕງວຽນ ຫຼາຍກວ່າອີກ. ກົມການເມືອງ ຕັກເຕື່ອນວ່າ ຕ້ອງສືບຕໍ່ສຸມໃສ່ກໍ່ສ້າງ ແລະ ພັດທະນານະຄອນດ່ານັ້ງ ໃຫ້ເປັນໜຶ່ງໃນບັນດາເຂດຕົວເມືອງໃຫຍ່ຂອງທົ່ວປະເທດ, ແມ່ນສູນເສດຖະກິດ, ສັງຄົມໃຫຍ່ຂອງພາກກາງ; ແມ່ນນະຄອນທ່າກໍ່າປັນ ແລະ ແມ່ນຂົວເຊື່ອມຕໍ່ທາງຄົມມະນາຄົມທີ່ສຳຄັນ...