ດຳເນີນກໍ່ສ້າງໂຄງການສາຍສົ່ງໄຟຟ້າ 220 ກິໂລໂວນ ນ້ຳໂມ - ເຕືອງເຢືອງ ນຳເຂົ້າໄຟຟ້າຈາກລາວມາຫວຽດນາມ

(VOVWORLD) -ວັນທີ 28 ພະຈິກ,ຢູ່ເມືອງກີ່ເຊີນແຂວງເງະອານ, ກຸ່ມບໍລິສັດໄຟຟ້າຫວຽດນາມຫຼື  EVN  ແລະຄະນະຄຸ້ມຄອງໂຄງການໄຟຟ້າເລກໜຶ່ງໄດ້ຈັດພິທີຜັນຂະຫຍາຍດຳເນີນການກໍ່ສ້າງໂຄງການສາຍສົ່ງໄຟຟ້າ 220 ກິໂລໂວນ ນ້ຳໂມ - ເຕືອງເຢືອງ
ດຳເນີນກໍ່ສ້າງໂຄງການສາຍສົ່ງໄຟຟ້າ 220 ກິໂລໂວນ ນ້ຳໂມ - ເຕືອງເຢືອງ ນຳເຂົ້າໄຟຟ້າຈາກລາວມາຫວຽດນາມ - ảnh 1ພິທີຜັນຂະຫຍາຍດຳເນີນການກໍ່ສ້າງໂຄງການສາຍສົ່ງໄຟຟ້າ 220 ກິໂລໂວນ ນ້ຳໂມ - ເຕືອງເຢືອງ

    ນີ້ແມ່ນໂຄງການກໍ່ສ້າງສາຍສົ່ງໄຟຟ້າລະບົບທີສອງເພື່ອຮັບໃຊ້ການນຳເຂົ້າໄຟຟ້າຈາກລາວມາຫວຽດນາມ. ໂຄງການແມ່ນມີຄວາມໝາຍສຳຄັນໃນການປະກອບສ່ວນຮັບປະກັນການສະໜອງໄຟຟ້າໃຫ້ແກ່ພາກເໜືອຂອງຫວຽດນາມໃນຊຸມປີທີ່ຈະມາເຖິງ.

   ລະບົບສາຍໄຟຟ້າມີລວງຍາວ 74,4 ກິໂລແມັດດ້ວຍຍອດລົງເງິນລົງທຶນ 588 ຕື້ດົ່ງໂດຍ EVN ເປັນເຈົ້າຂອງລົງທຶນ, ຄະນະຄຸ້ມຄອງໂຄງການໄຟຟ້າ ເລກໜຶ່ງແມ່ນຫົວໜ່ວຍທີ່ EVN ມອບໝາຍໃຫ້ຄຸ້ມຄອງໂຄງການແລະໃຫ້ຄຳປຶກສາຕິດຕາມກວດກາ.

ຕອບກັບ

ຂ່າວ/ບົດ​ອື່ນ