ຕວກກີຢຸດຕິການພົວພັນທາງການທູດຂັ້ນສູງກັບໂຮນລັງ

ຕວກກີຢຸດຕິການພົວພັນທາງການທູດຂັ້ນສູງກັບໂຮນລັງ - ảnh 1
ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕວກ​ກີ Numan Kurtulmus
(ພາບ: AFP/TTXVN)


(vovworld) - ວັນ​ທີ 13/03, ຕວກ​ກີ ຖະ​ແຫຼງ​ຢຸດ​ຕິ​ການ​ພົວ​ພັນ​​ທາງ​ການ​ທູດ​ຂັ້ນ​ສູງ​ກັບ​ໂຮນ​ລັງ ພາຍ​ຫຼັງ​ເຈົ້າ​ໜ້າ​ທີ່​ປະ​ເທດນີ້​ກີດ​ຂວາງ​ບັນ​ດາ​ລັດ​ຖະ​ມົ​ນ​ຕີ​ຕວກ​ກີ ກ່າວ​ປາ​ໄສ​ຢູ່​ພິ​ທີໂຮ​ມ​ຊຸມ​ນຸມ​ມິດ​ຕິງ​ກັບ​ປະ​ຊາ​ຄົມ​ຊາວ​ຕວກ​ກີ ຢູ່​ໂຮນ​ລັງ ເພື່ອ​ແນ​ໃສ່​ຮຽກ​ຮ້ອງ​ການ​ສະ​ໜັບ​ສະ​ໜູນ​ການ​​ລົງ​ປະ​ຊ​າ​ມະ​ຕິ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ລັດ​ຖະ​ທຳ​ມະ​ນູນ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸ​ມ​ຂ່າວ, ພາຍ​ຫຼັງ​ກອງ​ປະ​ຊຸມສະ​ມາ​ຊິກ​ລັດ​ຖະ​ບານ, ​ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕວກ​ກີ Numan Kurtulmus ຖະ​ແຫຼງວ່າ, ອານ​ກາ​ຣາ ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ເອກອ​ັກ​ຄະ​ລັດ​ຖະ​ທູດ​ໂຮນ​ລັງ ປະ​ຈຳ​ປະ​ເທດນີ້​ ​ກັບ​ຄືນ​ມາ​ປະ​ຈຳ​ການ ຈົນຮອດ​ເວ​ລາ​ໂຮນ​ລັງ ຕອບ​ສະ​ໜອງ​ບັນ​ດາ​ເງື່ອນ​ໄຂ​ຂອງ​ຕວກ​ກີ ທີ່​ກ່ຽວ​ຂ້ອງ​ເຖິງບັນ​ດາ​ການ​ໂຮມ​ຊຸມ​ນຸມ​ມິ​ດ​ຕິງ. ບັນ​ດາ​ຖ້ຽວ​ບິນ​ຮັບ​ໃຊ້​ການ​ທູດກໍ່​​ຈະຖືກຢຸດ​ຕິ.

        ໃນ​ເຫດ​ການ​ທີ່​ກ່ຽວ​ຂ້ອງ, ອີຢ​ູ, ​ເລ​ຂາ​ທິ​ການ​ໃຫຍ່​ NATO, ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ພົວ​ພັນ​ກັບ​ຕ່າງ​ປະ​ເທດ ແລະ ຂ້າ​ຫຼວງ​ໃຫຍ່ EU ​ຮັບ​ຜິດ​ຊອບ​ການ​ເປີດກວ້າງ​ກຸ່ມ ລ້ວນ​ແຕ່​ ຮຽກ​ຮ້ອງ​ຕວກ​ກີ ​ຈົ່ງ​ລະ​ງັບ​ໃຈ​ເພື່ອຫຼີກ​ລ້ຽງ​ການ​ກະ​ທຳ​ເຊິ່ງ​ເຮັດ​ໃຫ​້​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ກັບ​ໂຮນ​ລັງ.

ຂ່າວ/ບົດ​ອື່ນ