ຕວກກີ ຄົ້ນພົບ “ພະຍານຫຼັກຖານ” ຢູ່ສະຖານກົງສູນ Saudi Arabia ທີ່ກ່ຽວຂ້ອງເຖິງຄະດີ ນັກຂ່າວຫາຍສາບສູນ

(VOVWORLD) -ສື່ມວນຊົນ ຕາເວັນອອກກາງ ໄດ້ໃຫ້ຂ່າວວ່າ ບັນດາພະນັກງານໄອຍະການ ຕວກກີ ໄດ້ພົບເຫັນພະຍານຫຼັກຖານສໍາຄັນໃນຂະນະກວດຄົ້ນສະຖານກົງສູນ ອະຣັບບີ ຊາອຸດິ ໃນວັນທີ 15 ຕຸລາ ທີ່ນະຄອນ Istanbul ປະເທດ ຕວກກີ  ເຊິ່ງມີສ່ວນກ່ຽວຂ້ອງເຖິງການສືບສວນຄະດີນັກຂ່າວ Jamal Khashoggi ທີ່ຖືກຫາຍສາບສູນ.
ຕວກກີ ຄົ້ນພົບ “ພະຍານຫຼັກຖານ” ຢູ່ສະຖານກົງສູນ Saudi Arabia  ທີ່ກ່ຽວຂ້ອງເຖິງຄະດີ ນັກຂ່າວຫາຍສາບສູນ - ảnh 1 ນັກຂ່າວ Jamal Khashoggi (ພາບ:ABC News)

ຊ່ອງ Al Jazeera  ໃຫ້ຮູ້ວ່າ ເຈົ້າໜ້າທີ່ ຕວກກີ ພົບເຫັນພະຍານຫຼັກຖານ ກ່ຽວກັບ “ຄວາມປົນເປ” ຢູ່ພາຍໃນສະຖານກົງສູນ ອະຣັບບີ ຊາອຸດິ. ນີ້ໄດ້ຮັບຖືວ່າ ແມ່ນ ການຄົ້ນພົບທີ່ສໍາຄັນສໍາລັບວິວັດການສືບສວນຄະດີດັ່ງກ່າວ. ໃນຂະນະນັ້ນ, ສໍານັກຂ່າວ Reuters ຂອງອັງກິດ ໃຫ້ຮູ້ວ່າ ວົງການເຈົ້າໜ້າທີ່ ຕວກກີ ມີ file ອັດບັນທຶກສຽງ ໂດຍສະແດງໃຫ້ຮູ້ວ່າ ນັກຂ່າວ Jamal Khashoggi ຖືກເຂັ່ນຂ້າໃນສະຖານກົງສູນ ອະຣັບບີ ຊາອຸດິ ຢູ່ Istanbul. ຊ່ອງໂທລະພາບ CNN  ຂອງ ອາເມລິກາ ກໍຄັດສະເໜີແຫຼ່ງຂ່າວສອງແຫຼ່ງ ໃຫ້ຮູ້ວ່າ ອະຣັບບີ ຊາອຸດິ ພວມກະກຽມບົດລາຍງານ ໃນນັ້ນ ໄດ້ຍອມຮັບການເສຍຊີວິດຂອງນັກຂ່າວ Jamal Khashoggi ແມ່ນໝາກຜົນຂອງການສອບຖາມທີ່ຜິດເຂວ ໃນຂະບວນການລອບຈັບຕົວ ໂດຍມີຄວາມຕັ້ງໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ