ຕວກກີ: ປະທານາທີບໍດີ Erdogan ຮຽກຮ້ອງດຳເນີນການເລືອກຕັ້ງຂັ້ນທ້ອງຖິ່ນຄືນໃໝ່
(VOVWORLD) -ວັນທີ 04 ພຶດສະພາ, ທ່ານປະທານາທິບໍດີຕວກກີ Recep Tayyip Erdogan ຢືນຢັນວ່າ, ໄຊຊະນະຂອງຝ່າຍຄ້ານຢູ່ Istanbul ໃນການເລືອກຕັ້ງຂັ້ນທ້ອງຖິ່ນຜ່ານມາ ໄດ້ຖະແຫຼງວ່າບໍ່ຖືກຕ້ອງ, ພ້ອມທັງຮຽກຮ້ອງໃຫ້ດຳເນີນການເລືອກຕັ້ງນີ້ຄືນໃໝ່.
ທ່ານປະທານາທິບໍດີຕວກກີ Recep Tayyip Erdogan
(ພາບປະກອບ: THX/TTXVN)
|
ຄຳຖະແຫຼງຂອງທ່ານ Erdogan ພວມເພີ່ມທະວີຄວາມກົດດັນສຳລັບສະພາເລືອກຕັ້ງສູງສຸດຂອງປະເທດນີ້. ໃນບົດກ່າວປາໄສທີ່ກອງປະຊຸມການນຳວົງການວິສາຫະກິດ, ທ່ານ Erdogan ເວົ້າວ່າ: “ເປັນທີ່ຈະແຈ້ງແລ້ວວ່າ, ມີບັນດາປັດໃຈຜິດປົກກະຕິ ແລະ ມີການສໍ້ລາດບັງຫຼວງ. ເລື່ອງສະພາເລືອກຕັ້ງແຫ່ງຊາດ (YSK) ສາມາດເຮັດແຈ້ງບັນດາສິ່ງດັ່ງກ່າວ ຈະຊ່ວຍແກ້ໄຂບັນດາຄວາມເປັນຫ່ວງເປັນໄຍຂອງປະຊາຊົນໄດ້”.
ຕາມແຜນການ, YSK ຈະຈັດກອງປະຊຸມໃນວັນທີ 06 ພຶດສະພາ ເພື່ອພິຈາລະນາຂໍ້ສະເໜີຂອງພັກຍຸຕິທຳ ແລະ ພັດທະນາກຳອຳນາດຂອງທ່ານປະທານາທີບໍດີ Erdogan.