ຖະໜົນປື້ມລະດູບານໃໝ່ ປີແມວ 2023
(VOVWORLD) - ງານບຸນປື້ມລະດູບານໃໝ່ຈະມີຫຼາກຫຼາຍລາຍການຈັດຂຶ້ນຮອດວັນທີ່ 29 ມັງກອນ.
ຖະໜົນປື້ມດຶງດູດຫຼາຍຄົນມາຢ້ຽມຂົມ (ພາບ: hanoimoi.com.vn)
ໃນຊຸມວັນຕົ້ນະດູບານໃໝ່, ຖະໜົນປື້ມເມືອງຮ່ວານກຽມ ຮ່າໂນ້ຍ ແມ່ນໜຶ່ງໃນບັນາຈຸດນັດພົບທີ່ມີຄວາມໝາຍໃຫ້ແກ່ບັນດາເພື່ອນໜ່ມ, ຜູ້ຮັກມັກຄວາມຮູ້ ແລະ ບັນດາການເຄື່ອນໄຫວມູນເຊື້ອ. ງານບຸນປື້ມລະດູບານໃໝ່ຈະມີຫຼາກຫຼາຍລາຍການຈັດຂຶ້ນຮອດວັນທີ່ 29 ມັງກອນ. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930 - 3/2/2023).
ຖະໜົນປື້ມລະດູບານໃໝ່ ປີແມວ 2023 ແມ່ນໜຶ່ງໃນບັນດາເຫດການທີ່ພົ້ນເດັ່ນ, ມີຄວາມໝາຍຈັດຂຶ້ນຢູ່ ຮ່າໂນ້ຍ ໃນຊຸມວັນຕົ້ນະດູບານໃໝ່ ຊື່ງປະກອບສ່ວນເຊີດຊູວັດທະນະທຳການອ່ານ ແລະ ສ້າງສະຖານທີ່ບັນເທິງ, ການເຄຶ່ອນໄຫວວັດທະນະທຳທີ່ເບີກບານມ່ວນຊື່ນໃນໂອກາດປີໃໝ່.