ຖ້ຽວບິນທຳອິດຮັບນັກສຶກສາສາກົນໄປຍັງອົດສະຕາລີ

(VOVWORLD) -ນັກສຶກສາປະມານ 70 ຄົນໃນຖ້ຽວບິນນີ້ ຈະກັກຕົວໃນຮອບເວລາ 2 ອາທິດ, ຫຼັງຈາກນັ້ນ ຈະເຮັດລະບຽບເຂົ້າຮຽນຕາມຂໍ້ກຳນົດ.

ພາຍຫຼັງຖືກໂຈະໄວ້ມາເປັນເວລາ 9 ເດືອນ, ຖ້ຽວບິນທຳອິດຮັບນັກສຶກສາສາກົນ ຄາດວ່າຈະມາຮອດອົດສະນາລີ ໃນຕອນເຊົ້າວັນທີ 30 ພະຈິກ. ມີນັກສຶກສາປະມານ 70 ຄົນໃນຖ້ຽວບິນນີ້ ຈະກັກຕົວໃນຮອບເວລາ 2 ອາທິດ, ຫຼັງຈາກນັ້ນ ຈະເຮັດລະບຽບເຂົ້າຮຽນຕາມຂໍ້ກຳນົດ. ນີ້ແມ່ນບັນດານັກສຶກສາທີ່ມາຈາກຈີນ, ຍີ່ປຸ່ນ, ຫວຽດນາມ ແລະ ອິນໂດເນເຊຍ. ເຂົາເຈົ້າໄດ້ເຕົ້າໂຮມຢູ່ສະໜາມບິນ Changi, ປະເທດສິງກະໂປ ເພື່ອບິນໄປຍັງອົດສະຕາລີ.

   ນີ້ແມ່ນຖ້ຽວບິນຮັບຈ້າງທຳອິດຮັບນັກສຶກສາສາກົນໄປຍັງ ອົດສະຕາລີ ນັບແຕ່ເມື່ອປະເທດນີ້ ປິດປະຕູຊາຍແດນໃນທ້າຍເດືອນ ມິນາ ເພື່ອສະກັດກັ້ນໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ